lo_tn/gen/49/07.md

3.7 KiB

ຄວາມໃຈຮ້າຍຂອງພວກເຂົາ, ເຮັດໃຫ້ຖືກເເຊ່ງເພາະວ່າມັນຄືນຄວາມດຸຮ້າຍ— ເເລະຄວາມໂມໂຫຮ້າຍຂອງພວກເຂົາເພາະວ່າມັນຄືຄວາມໂຫດຮ້າຍ

ພຣະເຈົ້າສາບແຊ່ງຊີໂອນ ແລະ ເລວີ ຖືກເວົ້າຄືວ່າພຣະເຈົ້າ ກຳລັງປ້ອຍດ່າຄວາມໃຈຮ້າຍ ແລະ ຄວາມໂຫດຮ້າຍຂອງພວກເຂົາ. ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ພຣະຜູ້ເປັນເຈົ້າກ່າວວ່າ," ຂ້ອຍຈະສາບແຊ່ງພວກເຂົາ ເພາະຄວາມໂກດແຄ້ນ ແລະ ໂຫດຮ້າຍອັນເລືອດເຢັນຂອງພວກເຂົາ " ຫລື "ເຮົາ, ພຣະຜູ້ເປັນເຈົ້າ, ຈະສາບແຊ່ງພວກເຂົາຍ້ອນຄວາມໂກດແຄ້ນ ແລະ ໂຫດຮ້າຍອັນເລືອດເຢັນຂອງພວກເຂົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ຄວາມໃຈຮ້າຍຂອງພວກເຂົາ,ເຮັດໃຫ້ຖືກເເຊ່ງ

ໃນຄຳພະຍາກອນ, ຜູ້ພະຍາກອນມັກຈະເວົ້າຖ້ອຍຄຳຂອງພຣະເຈົ້າ ຄືກັບວ່າພຣະເຈົ້າເອງກຳລັງເວົ້າ. ສິ່ງນີ້ເນັ້ນຫນັກ ເຖິງຄວາມສຳພັນອັນໃກ້ຊິດກັນລະຫວ່າງພວກຜູ້ທຳນວາຍ ແລະ ພຣະເຈົ້າ.

ແລະ ຄວາມໂມໂຫຮ້າຍຂອງພວກເຂົາເພາະວ່າມັນຄືຄວາມໂຫດຮ້າຍ

ຄຳເວົ້າທີ່ວ່າ "ເຮົາຈະປ້ອຍດ່າ" ເປັນທີ່ເຂົ້າໃຈແລ້ວ. ອາດແປໄດ້ອີກວ່າ: "ແລະຂ້ອຍຈະປ້ອຍດ່າຄວາມໂກດແຄ້ນຂອງພວກເຂົາ, ເພາະມັນໂຫດຮ້າຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ເຮົາເເບ່ງເເຍກພວກເຂົາໃນຢາໂຄບ ເເລະກະຈາຍພວກເຂົາໃນອິດສະຣາເອນ

ຄຳວ່າ "ເຮົາ" ຫມາຍເຖິງພຣະເຈົ້າ. ຄຳວ່າ "ພວກເຂົາ" ຫມາຍເຖິງຊີເມໂອນ ແລະ ເລວີ ແຕ່ພວກມັນແມ່ນຄຳອຸປະມາທີ່ຫມາຍເຖິງລູກຫລານຂອງພວກເຂົາ. ຄຳເວົ້າທີ່ວ່າ "ຢາໂຄບ" ແລະ "ອິດສະຣາເອນ" ແມ່ນຄຳເວົ້າທີ່ຫຍໍ້ມາຈາກປະຊາຊົນອິດສະຣາເອນທຸກຄົນ. ອາດແປໄດ້ອີກວ່າ: "ເຮົາຈະແຍກເຊື້ອສາຍຂອງພວກເຂົາ ແລະ ໃຫ້ພວກເຂົາກະຈັດກະຈາຍທ່າມກາງບັນດາປະຊາຊົນອິດສະຣາເອນທັງຫມົດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-parallelism]])