lo_tn/gen/49/03.md

3.9 KiB

ລູກຫົວປີຂອງເຮົາ, ເປັນອຳນາດຂອງເຮົາ, ເເລະເປັນຈຸດເລີ່ມຕົ້ນຂອງກໍາລັງຂອງເຮົາ

ວະລີທີ່ວ່າ "ລູກຊາຍກົກຂອງຂ້ອຍ, ເປັນພະລັງຂອງຂ້ອຍ" ແລະ "ຈຸດເລີ່ມຕົ້ນຂອງກຳລັງຂອງຂ້ອຍ" ຫມາຍເຖິງສິ່ງດຽວກັນ. ຄຳເວົ້າທີ່ວ່າ "ກຳລັງ" ແລະ "ຄວາມເຂັ້ມແຂງ" ແມ່ນຫມາຍເຖິງຄວາມສາມາດຂອງຢາໂຄບໃນການຜະລິດລູກ. ຄຳວ່າ "ລູກຊາຍກົກ" ແລະ "ເລີ່ມຕົ້ນ" ຫມາຍເຖິງ ຣູເບັນ ເປັນລູກຄົນທຳອິດຂອງລາວ. ອາດແປໄດ້ອີກວ່າ: "ລູກຄົນທຳອິດຂອງຂ້ອຍ ພາຍຫລັງທີ່ຂ້ອຍໄດ້ກາຍເປັນຊາຍເຕັມຕົວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ເປັນກຽດຕິຍົດຊື່ສຽງທີ່ສຳຄັນຂອງເຮົາ, ແລະເປັນພະລັງທີ່ສຳຄັນຂອງເຮົາ.

ປະໂຫຍກນີ້ສາມາດຖືກລະບຸເປັນປະໂຫຍກໃຫມ່. ອາດແປໄດ້ອີກວ່າ: "ເຈົ້າເປັນຄົນທຳອິດແຫ່ງກຽດຕິຍົດ ແລະ ອຳນາດ" ຫລື "ເຈົ້າເຫນືອກວ່າທຸກຄົນ ໃນກຽດຕິຍົດ ແລະ ອຳນາດ"

ບໍ່ສາມາດຄວບຄຸບໄດ້ເຫມືອນນ້ຳທີ່ໄຫລເເຮງ

ຢາໂຄບປຽບທຽບຣູເບັນເປັນເຫມືອນກັບກະແສນໍ້າທີ່ແຂງແຮງ ເພື່ອເນັ້ນຫນັກວ່າລາວບໍ່ສາມາດຄວບຄຸມຄວາມໂກດແຄ້ນຂອງລາວ ແລະ ລາວບໍ່ຫມັ້ນຄົງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ເຈົ້າຈະບໍ່ດີີກວ່າຄົນອື່ນ

"ເຈົ້າຈະບໍ່ເປັນໃຫຍ່ກວ່າບັນດາອ້າຍນ້ອງຂອງເຈົ້າ"

ເພາະວ່າເຈົ້າໄດ້ຂຶ້ນໄປເທິງຕຽງຂອງພໍ່ຈາກນັ້ນເຈົ້າ.ໄດ້ເຮັດໃຫ້ມັນເປັນມົນທິນ; ເຈົ້າໄດ້ຂຶ້ນໄປເທິງທີ່ນອນຂອງເຮົາ

ໃນນີ້ຄຳວ່າ “ຕຽງນອນ” ແລະ “ຕັ່ງນັ່ງ” ຫມາຍເຖິງເມຍຂອງຢາໂຄບ, ນາງ ບິນຮາ. ຢາໂຄບກຳລັງກ່າວເຖິງຕອນທີ່ ຣູເບັນໄດ້ນອນກັບນາງ ບິນຮາ (ເບິ່ງ: 35: 21). ອາດແປໄດ້ອີກວ່າ: "ເພາະວ່າເຈົ້າໄປທີ່ຫ້ອງນອນຂອງຂ້ອຍ ແລະ ໄດ້ນອນກັບເມຍຂອງຂ້ອຍນາງ ບິນຮາເຈົ້າໄດ້ເຮັດໃຫ້ຂ້ອຍອັບອາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຈົ້າໄດ້ຂຶ້ນໄປເທິງຕຽງຂອງພໍ່ຈາກນັ້ນເຈົ້າ....ເຈົ້າໄດ້ຂຶ້ນໄປເທິງທີ່ນອນຂອງເຮົາ

ປະໂຫຍກທັງສອງແມ່ນຫມາຍເຖິງສິ່ງດຽວກັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)