lo_tn/gen/48/11.md

2.0 KiB

ທີ່ໄດ້ເຫັນຫນ້າຂອງລູກອີກ

ໃນນີ້ຄຳວ່າ “ຫນ້າ” ຫມາຍເຖີງຕົວຄົນທັງຫມົດ. ອາດແປໄດ້ອີກວ່າ: "ເພື່ອເຫັນເຈົ້າອີກຄັ້ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ລະຫວ່າງຫົວເຂົ່າຂອງອິດສະຣາເອນ

ໃນເວລາທີ່ໂຢເຊັບໄດ້ວາງລູກຊາຍຂອງລາວໃສ່ເຖິງຕັກ ຫລື ຫົວເຂົ່າຂອງອິດສະຣາເອນ ມັນເປັນສັນຍານວ່າອິດສະຣາເອນກຳລັງຮັບເອົາພວກເຂົາ. ສິ່ງດັ່ງກ່າວນີ້ສະແດງເຖິງວ່າຢາໂຄບໄດ້ມອບສິດທິພິເສດໃຫ້ແກ່ລູກນ້ອຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)

ຈາກນັ້ນເຂົາ ໄດ້ກົ້ມຫນ້າລົງພື້ນ

ໂຢເຊັບໄດ້ກົ້ມຂາບສະແດງຄວາມເຄົາລົບນັບຖືພໍ່ຂອງຕົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)

ມາ­ນາ­ເຊຢູ່ທາງຊ້າຍມືຂອງເຂົາຄືຢູ່ທາງຂວາມືຂອງ ອິດສະຣາເອນ

ໂຢເຊັບໄດ້ວາງລູກຊາຍໄວ້ເພື່ອໃຫ້ອິດສະຣາເອັນວາງມືຂວາໃສ່ມານາເຊ. ມານາເຊແມ່ນອ້າຍກົກ ແລະ ມືຂວາແມ່ນສັນຍາລັກທີ່ລາວຈະໄດ້ຮັບພອນທີ່ໃຫຍ່ກວ່າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)