lo_tn/gen/48/01.md

2.5 KiB

ຫລັງຈາກສິ່ງທັງຫລາຍເຫລົ່ານີ້ໄດ້ເກິດຂຶ້ນ

ປະໂຫຍກນີ້ຖືກນຳໃຊ້ຢູ່ນີ້ເພື່ອຫມາຍຈຸດເລີ່ມຕົ້ນພາກໃຫມ່ຂອງເລື່ອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-newevent)

ມີຄົນຫນຶ່ງໄດ້ມາບອກໂຢເຊັບວ່າ

"ມີບາງຄົນໄດ້ມາບອກໂຢເຊັບ"

ເບິ່ງເຖີດພໍ່ຂອງທ່ານ

"ເບິ່ງແມ, ພໍ່ຂອງເຈົ້າ." ໃນທີ່ນີ້ຄຳວ່າ “ເບິ່ງ” ແມ່ນໃຊ້ເພື່ອເຮັດໃຫ້ໂຢເຊັບສົນໃຈ.

ດັ່ງນັ້ນເຂົາຈຶ່ງໄດ້ນຳເອົາ

"ດັ່ງນັ້ນໂຢເຊັບຈຶ່ງໄດ້ນຳເອົາ"

ເມຶ່ອຢາໂຄບໄດ້ຮັບການບອກກ່າວ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ເມື່ອຜູ້ໃດຜູ້ຫນຶ່ງບອກຢາໂຄບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ໂຢເຊັບລູກຊາຍຂອງທ່ານໄດ້ມາເຖິ່ງເພຶ່ອຈະຢ້ຽມທ່ານ

"ໂຢເຊັບລູກຊາຍຂອງທ່ານໄດ້ມາຫາທ່ານ"

ອິດສາຣາເອນໄດ້ຮວບຮວມກຳລັງ ເເລະ ໄດ້ລຸກຂຶ້ນນັ່ງເທິງຕຽງ

ໃນນີ້ຜູ້ຂຽນເວົ້າເຖິງອິດສະຣາເອນທີ່ມີຄວາມຫຍຸ້ງຍາກ ສຳລັບການນັ່ງຢູ່ເທິງຕຽງ ຄືກັບວ່າລາວກຳລັງຮິບໂຮມ “ກຳລັງ” ປຽບຄືກັບວ່າເປັນສິ່ງຂອງ. ອາດແປໄດ້ອີກວ່າ: "ອິດສະຣາເອນໄດ້ພະຍາຍາມຫລາຍທີ່ຈະນັ່ງຢູ່ເທິງຕຽງ" ຫລື "ອິດສະຣາເອນໄດ້ບຸກບືນເພື່ອລຸກຂື້ນນັ່ງຢູ່ເທິງຕຽງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)