lo_tn/gen/46/28.md

2.6 KiB

​ໄປ​ບອກ​ໂຢເຊັບ​ລ່ວງຫນ້າ ເພື່ອ​ໃຫ້​ມາ​ພົບ​ພໍ່​ຂອງຕົນ​ທີ່​ເຂດ​ໂກເຊັນ

"ເພື່ອບອກຫົນທາງໄປເຂດ ໂກເຊັນ"

ໂຢເຊັບ​ຈຶ່ງ​ຂີ່​ລົດມ້າ​ອອກ​ໄປ​ພົບ​ພໍ່​ຂອງຕົນ​ທີ່​ເຂດ​ໂກເຊັນ​ທັນທີ

ໃນນີ້ຄຳວ່າ "ໂຢເຊັບ" ຫມາຍເຖິງຜູ້ຮັບໃຊ້ຂອງລາວ. ອາດແປໄດ້ອີກວ່າ: "ຜູ້ຮັບໃຊ້ຂອງໂຢເຊັບໄດ້ກຽມລົດມ້າຂອງລາວ ແລະໂຢເຊັບຂີ່ຂື້ນໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຂີ່​ລົດມ້າ​ອອກ​ໄປ​ພົບ​ພໍ່ຂອງຕົນ

ວະລີທີ່ວ່າ "ໄດ້ຂຶ້ນໄປ" ຖືກໃຊ້ເພາະວ່າໂຢເຊັບກຳລັງເດີນທາງໄປບ່ອນທີ່ສູງກວ່າເພື່ອພົບພໍ່ຂອງລາວ. ອາດແປໄດ້ອີກວ່າ: "ໄດ້ໄປພົບອິດສະຣາເອນ"

ກອດ​ຄໍ​ພໍ່​ຂອງຕົນ​ໄຫ້​ສະອື້ນ​ເປັນ​ເວລາ​ນານ

"ເອົາແຂນໂອບກອດພໍ່ຂອງລາວ, ແລະ ຮ້ອງ​ໄຫ້​ສະອື້ນ​ເປັນ​ເວລາ​ນານ"

ບັດນີ້ ພໍ່​ພ້ອມ​ແລ້ວ​ທີ່​ຈະ​ຕາຍ

"ບັດນີ້ ພໍ່​ພ້ອມ​ແລ້ວ​ທີ່​ຈະ​ຕາຍ" ຫລື "ບັດນີ້ ພໍ່​ພ້ອມ​ແລ້ວ​ທີ່​ຈະ​ຕາຍຢ່າງມີຄວາມສຸກ"

ເມື່ອ​ໄດ້​ເຫັນ​ຫນ້າ​ລູກ, ​ແລະ​ຮູ້​ວ່າ​ລູກ​ຍັງ​ມີ​ຊີວິດ​ຢູ່

ໃນນີ້ຄຳວ່າ “ໃບຫນ້າ” ຫມາຍເຖິງຕົວຄົນທັງຫມົດ. ຢາໂຄບສະແດງຄວາມປິຕິຍິນດີເມື່ອໄດ້ເຫັນໂຢເຊັບ. ອາດແປໄດ້ອີກວ່າ: "ເພາະຂ້ອຍໄດ້ເຫັນເຈົ້າຍັງມີຊີວິດອີກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)