lo_tn/gen/45/19.md

2.5 KiB

ຂໍ້ມູນທົ່ວໄປ:

ຟາໂລສືບຕໍ່ບອກໂຢເຊັບສິ່ງທີ່ຕ້ອງບອກພວກອ້າຍ.

ບັດນີ້

ນີ້ບໍ່ໄດ້ຫມາຍຄວາມວ່າ "ໃນເວລານີ້," ແຕ່ຖືກນຳໃຊ້ເພື່ອເອົາໃຈໃສ່ຈຸດສຳຄັນທີ່ຕາມມາ.

ເຈົ້າໄດ້ຖືກສັ່ງວ່າ, 'ໃຫ້ເຮັດສິ່ງນີ້, ໃຫ້​ເອົາ​ກວຽນ​ອອກຈາກເອຢິບໄປ ເພື່ອໄປ​ຂົນ​ເອົາລູກຫລານຂອງພວກເຈົ້າ ແລະ ​ເມຍຂອງພວກເຈົ້າ ແລະ​ ພໍ່ຂອງພວກເຈົ້າ ແລ້ວ ກັບຄືນມາພີ້​. ຢ່າ​ພາກັນເປັນ​ຫ່ວງ​ຊັບ​ສິ່ງຂອງ​ ຂອງ​ພວກເຈົ້າ​ນັ້ນ, ເພາະ​ສິ່ງ​ດີທີ່ສຸດ​ຢູ່​ໃນ​ປະເທດ​ເອຢິບ​ທັງຫມົດ ຈະ​ເປັນ​ຂອງ​ພວກເຈົ້າ.'

ນີ້ແມ່ນຄຳເວົ້າຢືມ. ມັນສາມາດຖືກລະບຸເປັນຄຳຢືມທາງອ້ອມ. ອາດແປໄດ້ອີກວ່າ: "ບອກໃຫ້ພວກເຂົາເອົາລົດເຂັນອອກຈາກແຜ່ນດິນເອຢີບສຳລັບລູກ ແລະ ເມຍຂອງພວກເຂົາ, ແລະເອົາພໍ່ ແລະ ມາຢູ່ທີ່ນີ້ ໃນປະເທດເອຢິບ” (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-quotesinquotes]] ແລະ [[rc:///ta/man/translate/figs-quotations]])

ພວກເຈົ້າໄດ້ຖືກສັ່ງ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຂ້ອຍສັ່ງໃຫ້ເຈົ້າບອກພວກເຂົາ" ຫລື "ຍັງບອກພວກເຂົາອີກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ໃຫ້​ເອົາ​ກວຽນ​ອອກ

"ກວຽນ" ແມ່ນພາຫານະບັນທຸກທີ່ມີສອງ ຫລື ສີ່ລໍ້. ໃຊ້ສັດດຶງກວຽນ.