lo_tn/gen/45/16.md

3.7 KiB

ເມື່ອ​ຂ່າວ​ໄດ້​ແຜ່​ໄປ​ເຖິງ​ຣາຊວັງ​ຂອງ​ຟາໂຣ​ວ່າ: " ບັນດາ​ອ້າຍ ​ແລະ​ ນ້ອງ​ຂອງ​ໂຢເຊັບ​ໄດ້​ມາ."

ນີ້ແມ່ນຄຳເວົ້າຢືມ. ມັນສາມາດເວົ້າເປັນວົງຢືມທາງອ້ອມ. ມັນອາດຈະຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ທຸກໆຄົນໃນພະລາຊະວັງຂອງຟາໂລໄດ້ຍິນວ່າພວກອ້າຍຂອງໂຈເຊັບໄດ້ມາ" (ເບິ່ງ: [[rc:///ta/man/translate/figs-quotesinquotes]] ແລະ [[rc:///ta/man/translate/figs-quotations]] ແລະ rc://*/ta/man/translate/figs-activepassive)

ຣາຊວັງ​ຂອງ​ຟາໂຣ

ນີ້ຫມາຍເຖິງຣາຊວັງ​ຂອງ​ຟາໂຣ

ຈົ່ງ​ບອກ​ໃຫ້​ພວກ​ອ້າຍ​ນ້ອງ​ຂອງ​ເຈົ້າ, ເຮັດສິ່ງນີ້: ເກັບ​ເອົາ​ສັດຂອງເຈົ້າ ແລະ ໄປທີ່ການາອານ. ໃຫ້​ໄປ​ເອົາ​ພໍ່ ແລະ ​ຄອບຄົວ​ຂອງ​ພວກເຈົ້າກັບ​ມາ​ຫາເຮົາທີ່​ນີ້. ເຮົາ​ຈະ​ມອບ​ທີ່ດິນ​ທີ່ດີໃນ​ດິນແດນແຫ່ງປະເທດ​ເອຢິບ​ໃຫ້​ພວກເຈົ້າ, ແລະ​ ພວກເຈົ້າຈະ​ມີຢູ່​ມີກິນ​ຈົນ​ອິມຫນຳສຳລານໃນແຜ່ນດິນນີ້.'

ປະໂຫຍກນີ້ເປັນຄຳເວົ້າຢືມ. ມັນສາມາດເວົ້າເປັນປະໂຫຍກຢືມທາງອ້ອມໄດ້. ອາດແປໄດ້ອີກວ່າ: "ຈົ່ງ​ບອກ​ໃຫ້​ພວກ​ອ້າຍ​ນ້ອງ​ຂອງ​ເຈົ້າໃຫ້ຂົນ​ເອົາ​ສັດຂອງເຈົ້າ ແລະ ໄປທີ່ການາອານ ເພື່ອ​ໄປ​ເອົາ​ພໍ່ ແລະ ​ຄອບຄົວ​ຂອງ​ພວກເຂົາ. ບອກພວກເຂົາໃຫ້ມາ​ຫາເຮົາທີ່​ນີ້, ແລະ ເຮົາ​ຈະ​ມອບ​ທີ່ດິນ​ທີ່ດີໃນ​ດິນແດນແຫ່ງປະເທດ​ເອຢິບ​ໃຫ້​ພວກເຈົ້າ, ແລະ​ ພວກເຈົ້າຈະ​ມີຢູ່​ມີກິນ​ຈົນ​ອິມຫນຳສຳລານໃນແຜ່ນດິນນີ້.'

ເຮົາ​ຈະ​ມອບ​ທີ່ດິນ​ທີ່ດີໃນ​ດິນແດນແຫ່ງປະເທດ​ເອຢິບ​ໃຫ້​ພວກເຈົ້າ

"ເຮົາ​ຈະ​ມອບ​ທີ່ດິນ​ທີ່ອຸດົມສົມບູນທີ່ສຸດແຫ່ງປະເທດ​ເອຢິບ​ໃຫ້​ພວກເຈົ້າ"

ພວກເຈົ້າຈະ​ມີຢູ່​ມີກິນ​ຈົນ​ອິມຫນຳສຳລານໃນແຜ່ນດິນນີ້

ອາຫານທີ່ດີທີ່ສຸດທີ່ດິນແຜ່ນດິນສາມາດຜະລິດໄດ້ແມ່ນການເວົ້າເຖິງຄວາມອຸດົມສົມບູນແຜ່ນດິນ. ອາດແປໄດ້ອີກວ່າ: "ເຈົ້າຈະກິນອາຫານທີ່ດີທີ່ສຸດໃນແຜ່ນດິນ" (ເບິ່ງ: rc://*/ta/man/translate/figs-metaphor)