lo_tn/gen/45/14.md

2.2 KiB

ລາວໄດ້​ກອດຄໍ​ເບັນຢາມິນ​ນ້ອງຊາຍ​ຂອງລາວພ້ອມ​ທັງ​ຮ້ອງໄຫ້, ແລະ ເບັນຢາມິນ​ກໍ​ໄດ້ຮ້ອງໄຫ້​ເທິງຄໍຂອງລາວ

"ໂຢເຊັບໄດ້​ກອດຄໍ​ເບັນຢາມິນ​ນ້ອງຊາຍ​ຂອງລາວພ້ອມ​ທັງ​ຮ້ອງໄຫ້, ແລະ ທັງສອງ​ກໍ​ໄດ້ຮ້ອງໄຫ້"

ລາວໄດ້ຈູບພວກອ້າຍ​ທຸກໆ​ຄົນ

ວັດທະນະທຳໃນສະໄຫມບູຮານຂອງຊາວຕາເວັນອອກ, ມັນເປັນເລື່ອງທົ່ວໄປທີ່ຈະທັກທາຍຍາດພີ່ນ້ອງດ້ວຍການຈູບ. ຖ້າພາສາຂອງເຈົ້າມີຄຳທັກທາຍທີ່ສະແດງອອກເຖິງຄວາມຮັກແພງ ຕໍ່ຍາດພີ່ນ້ອງ, ທ່ານສາມາດໃຊ້ຢູ່ນີ້ໄດ້. ຖ້າບໍ່ມີ, ໃຫ້ໃຊ້ຄຳທີ່ເຫມາະສົມ.

ຮ້ອງໄຫ້ໃສ່ພວກເຂົາ

ນີ້ຫມາຍຄວາມວ່າໂຢເຊັບກຳລັງຮ້ອງໄຫ້ໃນຂະນະທີ່ລາວຈູບພວກເຂົາ.

ຫລັງຈາກ​ນັ້ນອ້າຍ​ນ້ອງລາວ​ກໍ​ໄດ້ລົມ​ກັບລາວ.

ກ່ອນຫນ້ານີ້ພວກເຂົາກໍ່ຢ້ານທີ່ຈະເວົ້າ. ດຽວນີ້ພວກເຂົາຮູ້ສຶກວ່າພວກເຂົາສາມາດເວົ້າໄດ້ຢ່າງມີອິດສະຫລະ. ຄວາມຫມາຍເຕັມຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນອ້າຍນ້ອງຂອງລາວໄດ້ສົນທະນາກັບລາວຢ່າງເສລີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)