lo_tn/gen/44/33.md

3.1 KiB

ບັດນີ້

ປະໂຫຍກນີ້ບໍ່ໄດ້ຫມາຍຄວາມວ່າ "ໃນເວລານີ້," ແຕ່ຖືກໃຊ້ເພື່ອດຶງດູດຄວາມສົນໃຈຕໍ່ຈຸດສຳຄັນທີ່ຕິດຕາມມາ.

ຂໍກະລຸນາໃຫ້ຄົນ​ຮັບໃຊ້​ຂອງທ່ານ

ຢູດາກ່າວເຖິງຕົນເອງວ່າ "ເປັນຜູ້ຮັບໃຊ້ຂອງທ່ານ." ນີ້ແມ່ນວິທີທາງການເວົ້າກັບຜູ້ໃດຜູ້ຫນຶ່ງທີ່ມີອຳນາດສູງກວ່າ. ອາດແປໄດ້ອີກວ່າ: "ຂໍໃຫ້ຂ້ານ້ອຍ, ຜູ້ຮັບໃຊ້ຂອງທ່ານ" ຫລື "ປ່ອຍໃຫ້ຂ້ອຍ" (ເບິ່ງເພີ່ມເຕີມ: : rc://*/ta/man/translate/figs-123person)

ກັບເຈົ້ານາຍຂອງຂ້ານ້ອຍ

ຢູດາກ່າວເຖິງຕົນເອງວ່າ "ເປັນຜູ້ຮັບໃຊ້ຂອງທ່ານ." ອາດແປໄດ້ອີກວ່າ: "ຂໍໃຫ້ທ່ານ, ເຈົ້ານາຍຂອງຂ້ານ້ອຍ" ຫລື "ຂໍໃຫ້ທ່ານ" (ເບິ່ງເພີ່ມເຕີມ: : rc://*/ta/man/translate/figs-123person)

ອະນຸຍາ​ດໃຫ້​ເດັກນັ້ນ​ກັບຂຶ້ນໄປ

ມັນເປັນການໃຊ້ປະໂຫຍກທີ່ວ່າ "ຂຶ້ນໄປ" ໃນເວລາເວົ້າກ່ຽວກັບການເດີນທາງຈາກອີຢີບໄປການາອານ.

ເພາະຂ້ານ້ອຍ​ຈະ​ກັບໄປພົບ​ພໍ່ຂອງຂ້ານ້ອຍ​ໄດ້​ຢ່າງ​ໃດ ຖ້າເດັກ​ນ​ັ້ນບໍ່ຢູ່ກັບຂ້ານ້ອຍ?

ຢູດາໃຊ້ຄຳຖາມນີ້ເພື່ອເນັ້ນເຖິງຄວາມທຸກໂສກທີ່ລາວຈະມີຖ້າເບັນຢາມິນບໍ່ກັບບ້ານ. ອາດແປໄດ້ອີກວ່າ: "ຂ້ານ້ອຍບໍ່ສາມາດກັບຄືນເມືອຫາພໍ່ຂອງຂ້ານ້ອຍຖ້າເດັກຊາຍບໍ່ໄປກັບຂ້ານ້ອຍ." (ເບິ່ງເພີ່ມເຕີມ: : rc://*/ta/man/translate/figs-rquestion)

ຂ້ານ້ອຍ​ເກງວ່າຈະເຫັນຄວາມຊົ່ວຮ້າຍ​ມາສູ່ພໍ່ຂອງຂ້ານ້ອຍ.

ບຸກຄົນທີ່ທຸກທໍລະມານຢ່າງຮ້າຍແຮງຈະຖືກກ່າວເຖິງວ່າ "ຄວາມຊົ່ວ" ແມ່ນສິ່ງທີ່ເກີດຂື້ນກັບຄົນ. ອາດແປໄດ້ອີກວ່າ: "ຂ້ອຍຢ້ານທີ່ຈະເຫັນວ່າພໍ່ຂອງຂ້ອຍຈະທົນທຸກທໍລະມານປານໃດ" (ເບິ່ງເພີ່ມເຕີມ: : rc://*/ta/man/translate/figs-metaphor)