lo_tn/gen/44/27.md

5.3 KiB
Raw Permalink Blame History

ຂໍ້ມູນທົ່ວໄປ

ຢູດາສືບຕໍ່ເລົ່າເລື່ອງຂອງຕົນໃຫ້ແກ່ໂຢເຊັບ

ໄດ້ເວົ້າກັບພວກເຮົາ​ວ່າ, "ພວກເຈົ້າ​​ຮູ້​​ວ່າ​ ເມຍ​ຂອງເຮົາ ໄດ້​ເກີດ​ລູກຊາຍ​ສອງ​ຄົນ​ເເກ່ເຮົາ. ຄົນທີ​ຫນຶ່ງໃນພວກເຂົາໄດ້​ໄປຈາກເຮົາ​ແລະເຮົາໄດ້ເວົ້າວ່າ. "ແນ່ນອນເຂົາໄດ້ຖືກຈີກເປັນຕ່ອນໆ, ເພາະ​ຂ້ອຍ​ບໍ່ໄດ້​ເຫັນ​ລາວ​ນັບ​ຕັ້ງແຕ່​ນັ້ນມາ." ບັດນີ້ຖ້າ​ພວກເຈົ້າ​ນຳຄົນນີ້​ໄປ​ຈາກ​ເຮົາອີກ, ແລະເກີດອັນຕະລາຍກັບເຂົາ​, ​ພວກເຈົ້າຈະນຳຜົມຫງອກຂອງເຮົາກັບຄວາມ​ໂສກເສົ້າລົງ​ສູ່ແດນຄົນຕາຍ."

ປະໂຫຍກນີ້ມີຄຳຢືມສອງລະດັບ ແລະ ສາມລະດັບ. ພວກມັນສາມາດຖືກກ່າວເປັນຄຳອ້າງອີງທາງອ້ອມ. ອາດແປໄດ້ອີກວ່າ: "ກ່າວກັບພວກເຮົາວ່າພວກເຮົາຮູ້ວ່າເມຍຂອງລາວ, ນາງ ຣາເຊັນໄດ້ເກີດລູກຊາຍສອງຄົນເທົ່ານັ້ນ, ແລະຫນຶ່ງໃນນັ້ນໄດ້ອອກໄປທີ່ທົ່ງນາ ແລະ ມີສັດຮ້າຍໄດ້ຈີກລາວເປັນຕ່ອນໆ, ແລະລາວບໍ່ໄດ້ເຫັນລູກຊາຍຄົນນັ້ນຕັ້ງແຕ່ນັ້ນມາ ລາວເວົ້າວ່າຖ້າພວກເຮົາເອົາລູກຊາຍຄົນນີ້ຂອງລາວ ແລະ ມີສິ່ງທີ່ບໍ່ດີເກີດຂື້ນກັບລາວ, ພວກເຮົາຈະເຮັດໃຫ້ລາວເສຍຊີວິດຍ້ອນຄວາມໂສກເສົ້າ. " (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-quotesinquotes]] ແລະ [[rc:///ta/man/translate/figs-quotations]])

ໄດ້ເວົ້າກັບພວກເຮົາ

ໃນນີ້ຄຳວ່າ "ພວກເຮົາ" ບໍ່ລວມໂຢເຊັບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-exclusive)

ພວກເຈົ້າ

ໃນນີ້ຄຳວ່າ "ເຈົ້າ" ແມ່ນຄຳແທນນາມຈຳນວນຫລາຍ ແລະ ຫມາຍເຖິງບັນດາອ້າຍນ້ອງທັງຫລາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ເຂົາໄດ້ຖືກຈີກເປັນຕ່ອນໆ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ສັດປ່າໂຕຫນຶ່ງໄດ້ຈີກລາວເປັນຕ່ອນໆ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເກີດອັນຕະລາຍກັບເຂົາ

ບາງສິ່ງບາງຢ່າງທີ່ບໍ່ດີທີ່ເກີດຂື້ນກັບຄົນຜູ້ຫນຶ່ງຈະຖືກກ່າວເຖິງຄືກັບວ່າ "ອັນຕະລາຍ" ແມ່ນບາງສິ່ງທີ່ເດີນທາງໄປມາຫາຄົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກເຈົ້າຈະນຳຜົມຫງອກຂອງເຮົາກັບຄວາມ​ໂສກເສົ້າລົງ​ສູ່ແດນຄົນຕາຍ

ການ “ຖີ້ມລົງ…ສູ່ແດນຄົນຕາຍ” ແມ່ນວິທີການເວົ້າວ່າພວກເຂົາຈະເຮັດໃຫ້ລາວເສຍຊີວິດ ແລະ ໄປຫາແດນຄົນຕາຍນ. ລາວໃຊ້ຄຳວ່າ "ລົງໄປສູ່" ເພາະວ່າທົ່ວໄປເຊື່ອກັນວ່າແດນຄົນຕາຍ ແມ່ນຢູ່ບ່ອນໃດບ່ອນຫນຶ່ງໃຕ້ພື້ນດິນ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນທ່ານຈະເຮັດໃຫ້ຂ້ອຍ, ຜູ້ຊາຍອາຍຸສູງ, ເສຍຊີວິດຍ້ອນຄວາມໂສກເສົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຜົມຫງອກຂອງເຮົາ

ສິ່ງນີ້ຫມາຍເຖິງຢາໂຄບ ແລະ ເນັ້ນເຖິງຄວາມເຖົ້າແກ່ຂອງລາວ. ອາດແປໄດ້ອີກວ່າ: "ຂ້ອຍ, ຜູ້ຊາຍເຖົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)