lo_tn/gen/44/23.md

6.5 KiB
Raw Permalink Blame History

ຂໍ້ມູນທົ່ວໄປ:

ຢູດາສືບຕໍ່ເລົ່າເລື່ອງຂອງຕົນໃຫ້ແກ່ໂຢເຊັບ

ຈາກນັ້ນທ່ານ​ໄດ້​ເວົ້າ​ກັບຄົນຮັບໃຊ້ຂອງທ່ານວ່າ, "ຖ້າ​​ນ້ອງຊາຍ​ຄົນສຸດທ້ອງບໍ່ລົງມາກັບພວກເຈົ້າ​, ພວກເຈົ້າຈະບໍ່ໄດ້ພົບຫນ້າເຮົາອີກ."

ປະໂຫຍກນີ້ແມ່ນຄໍາເວົ້າຢືມ. ມັນສາມາດເວົ້າເປັນຄຳຢືມທາງອ້ອມ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນທ່ານໄດ້ເວົ້າກັບຜູ້ຮັບໃຊ້ຂອງທ່ານວ່າ ເວັ້ນເສຍແຕ່ວ່ານ້ອງຊາຍຂອງພວກເຮົາມາກັບພວກເຮົາ, ພວກເຮົາຈະບໍ່ເຫັນທ່ານອີກ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-quotesinquotes]] ແລະ [[rc:///ta/man/translate/figs-quotations]])

ຈາກນັ້ນທ່ານ​ໄດ້​ເວົ້າ​ກັບຄົນຮັບໃຊ້ຂອງທ່ານວ່າ

ຢູດາກ່າວເຖິງຕົນເອງ ແລະ ອ້າຍນ້ອງຂອງລາວວ່າເປັນ "ຜູ້ຮັບໃຊ້ຂອງທ່ານ." ນີ້ແມ່ນວິທີທາງການເວົ້າກັບຜູ້ໃດຜູ້ຫນຶ່ງທີ່ມີອຳນາດສູງກວ່າ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນທ່ານໄດ້ເວົ້າກັບພວກເຮົາ, ຜູ້ຮັບໃຊ້ຂອງທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ລົງມາ....ລົງໄປ

ມັນເປັນເລື່ອງທຳມະດາທີ່ຈະໃຊ້ຄຳວ່າ "ລົງໄປ" ເມື່ອເວົ້າເຖິງການເດີນທາງຈາກການາອານໄປສູ່ເອຢີບ.

ພວກເຈົ້າຈະບໍ່ໄດ້ພົບຫນ້າເຮົາອີກ

ໃນນີ້ຄຳວ່າ “ຫນ້າ” ຫມາຍເຖິງຕົວຄົນທັງຫມົດ. ອາດແປໄດ້ອີກວ່າ: "ຢ່າໃຫ້ຂ້ອຍເຫັນເຈົ້າອີກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ເມື່ອ​ເຫດການໄດ້ເກີດຂຶ້ນ

ປະໂຫຍກນີ້ຖືກນຳໃຊ້ເພື່ອຫມາຍຈຸດເລີ່ມຕົ້ນຂອງພາກໃຫມ່ຂອງເລື່ອງ. ຖ້າພາສາຂອງທ່ານມີຄຳເວົ້າແບບນີ້, ທ່ານສາມາດພິຈາລະນາໃຊ້ມັນຢູ່ບ່ອນນີ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-newevent)

ພວກ​ຂ້ານ້ອຍ​ໄດ້ຂຶ້ນ​ໄປ​ພົບພໍ່, ຂອງ​ຂ້ານ້ອຍ​ຄົນຮັບໃຊ້ຂອງທ່ານ

ມັນເປັນເລື່ອງທຳມະດາທີ່ຈະໃຊ້ປະໂຫຍກທີ່ວ່າ "ຂື້ນໄປ" ເມື່ອເວົ້າເຖິງການເດີນທາງຈາກເອຢີບໄປການາອານ.

ພວກເຮົາໄດ້​ບອກເຂົາເຖິງຖ້ອຍຄຳຂອງເຈົ້ານາຍຂອງຂ້ານ້ອຍ

ຢູດາກ່າວເຖິງໂຢເຊັບວ່າເປັນ “ເຈົ້ານາຍຂອງຂ້ອຍ.” ອີກຢ່າງຫນຶ່ງ, "ຖ້ອຍຄຳ" ແມ່ນສິ່ງທີ່ໄດ້ເວົ້າ. ອາດແປໄດ້ອີກວ່າ: "ພວກເຮົາໄດ້ບອກລາວສິ່ງທີ່ທ່ານເວົ້າ, ເຈົ້ານາຍຂອງຂ້ອຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-123person]] ແລະ [[rc:///ta/man/translate/figs-metonymy]])

ພໍ່ຂອງພວກເຮົາໄດ້ເວົ້າວ່າ, "ຈົ່ງໄປອີກຄັ້ງ, ຊື້​ອາຫານ​ໃຫ້ເຮົາ

ປະໂຫຍກນີ້ແມ່ນຄຳຢືມ. ມັນສາມາດຖືກລະບຸເປັນຄຳຢືມທາງອ້ອມ. ອາດແປໄດ້ອີກວ່າ: "ພໍ່ຂອງພວກເຮົາໄດ້ບອກພວກເຮົາໃຫ້ກັບໄປປະເທດເອຢີບອີກເທື່ອຫນຶ່ງ ເພື່ອຊື້ອາຫານສຳລັບພວກເຮົາ ແລະ ຄອບຄົວຂອງພວກເຮົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-quotesinquotes]] ແລະ [[rc:///ta/man/translate/figs-quotations]])

ຈາກນັ້ນພວກ​ຂ້ານ້ອຍ​ຈຶ່ງ​ຕອບ​ເພິ່ນ​ວ່າ, "ພວກເຮົາບໍ່ສາມາດ​​ໄປ​ໄດ້. ຖ້າ​ນ້ອງຄົນສຸດທ້ອງ.....ໄປກັບເຮົາ

ປະໂຫຍກນີ້ແມ່ນຄຳຢືມ. ມັນສາມາດຖືກລະບຸເປັນຢືມທາງອ້ອມ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນພວກເຮົາໄດ້ເວົ້າກັບລາວວ່າ ພວກເຮົາບໍ່ສາມາດລົງໄປປະເທດເອຢິບໄດ້. ພວກເຮົາໄດ້ບອກລາວວ່າຖ້ານ້ອງຊາຍຫລ້າຂອງພວກເຮົາໄປກັບພວກເຮົາ ... ໄປກັບພວກເຮົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-quotesinquotes]] ແລະ [[rc:///ta/man/translate/figs-quotations]])

ພົບຫນ້າຜູ້ຊາຍຄົນນັ້ນໄດ້

ໃນນີ້ຄຳວ່າ “ຫນ້າ” ຫມາຍເຖິງຕົວຕົນຄົນທັງຫມົດ. ອາດແປໄດ້ອີກວ່າ: "ເພື່ອເຫັນຊາຍຄົນນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)