lo_tn/gen/44/18.md

4.8 KiB
Raw Permalink Blame History

​ໄດ້​ເຂົ້າ​ມາ​ໃກ້

"ເຂົ້າ​ມາ​ໃກ້"

ຂໍໃຫ້ຄົນຮັບໃຊ້ຂອງທ່ານ

ຢູດາກ່າວເຖິງຕົນເອງວ່າ "ເປັນຜູ້ຮັບໃຊ້ຂອງທ່ານ." ນີ້ແມ່ນວິທີທາງການເວົ້າກັບຜູ້ໃດຜູ້ຫນຶ່ງທີ່ມີອຳນາດສູງກວ່າ. ສິ່ງນີ້ສາມາດເວົ້າເປັນບຸກຄົນທຳອິດ. ອາດແປໄດ້ອີກວ່າ: "ຂໍໃຫ້ຂ້ານ້ອຍ, ຜູ້ຮັບໃຊ້ຂອງທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ເວົ້າ​ຈັກຄຳໃຫ້​ທ່ານ​ຟັງ

ໃນນີ້ຄຳວ່າ "ຖ້ອຍຄຳ" ແມ່ນຫມາຍເຖິງສິ່ງທີ່ເວົ້າ. ແລະ ຄຳວ່າ "ຫູ" ແມ່ນການອະທິບາຍທີ່ຫມາຍເຖິງຕົວທັງຫມົດຂອງບຸກຄົນ. ອາດແປໄດ້ອີກວ່າ: "ເວົ້າກັບເຈົ້າ, ນາຍຂອງຂ້ອຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-synecdoche]])

ໃຫ້​ທ່ານ​ຟັງ

ໃນນີ້ຄຳວ່າ “ນາຍຂອງຂ້ອຍ” ຫມາຍເຖິງໂຢເຊັບ. ນີ້ແມ່ນວິທີທາງການເວົ້າກັບຜູ້ໃດຜູ້ຫນຶ່ງທີ່ມີອຳນາດສູງກວ່າ. ສິ່ງນີ້ສາມາດເວົ້າເປັນບຸກຄົນທີສອງ. ອາດແປໄດ້ອີກວ່າ: "ຕໍ່ເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ໃຫ້ຄວາມຮ້າຍ​ຂອງທ່ານຕົກຢູ່ກັບຄົນຮັບໃຊ້ຂອງທ່ານ

ຄວາມໂມໂຫແມ່ນເວົ້າເຖິງຄືກັບວ່າມັນເປັນດັ່ງໄຟລຸກໄຫມ້. ອາດແປໄດ້ອີກວ່າ: "ກະລຸນາຢ່າໂກດແຄ້ນກັບຂ້ອຍ, ຜູ້ຮັບໃຊ້ຂອງເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພາະທ່ານເປັນ​ເຫມືອນຟາໂຣ

ຢູດາປຽບທຽບເຈົ້ານາຍໃສ່ກັບຟາໂຣເພື່ອເນັ້ນເຖິງອຳນາດອັນຍິ່ງໃຫຍ່ທີ່ເຈົ້ານາຍມີ. ລາວຍັງອ້າງວ່າລາວຕ້ອງການໃຫ້ເຈົ້ານາຍໂກດແຄ້ນ ແລະລົງໂທດທີ່ຕົວຂອງລາວ. ອາດແປໄດ້ອີກວ່າ: "ສຳລັບທ່ານແມ່ນມີອຳນາດຄືກັບຟາໂຣ ແລະທ່ານສາມາດສັ່ງໃຫ້ທະຫານຂອງທ່ານຂ້າ ຂ້ານ້ອຍເສຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເຈົ້ານາຍຂອງຂ້ານ້ອຍໄດ້​ຖາມ​ຄົນຮັບໃຊ້ຂອງເຂົາກ່າວ​​ວ່າ, "ເຈົ້າ​ມີ​ພໍ່​ ແລະ​ ນ້ອງ​ຊາຍຫລື​ບໍ່?

ປະໂຫຍກນີ້ແມ່ນຄຳເວົ້າຢືມ. ມັນສາມາດຖືກລະບຸເປັນຄຳຢືມທາງອ້ອມ. ອາດແປໄດ້ອີກວ່າ: "ນາຍຂອງຂ້ອຍຖາມພວກເຮົາວ່າພວກເຮົາມີພໍ່ ຫລື ອ້າຍ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-quotesinquotes]] ແລະ [[rc:///ta/man/translate/figs-quotations]])

ເຈົ້ານາຍຂອງຂ້ານ້ອຍໄດ້​ຖາມ​ຄົນຮັບໃຊ້ຂອງເຂົາ

ຢູດາຫມາຍເຖິງໂຢເຊັບພ້ອມດ້ວຍຄຳວ່າ "ນາຍຂອງຂ້ອຍ" ແລະ "ຂອງລາວ." ລາວຍັງກ່າວເຖິງຕົວເອງ ແລະ ອ້າຍນ້ອງຂອງລາວວ່າ "ຜູ້ຮັບໃຊ້ຂອງລາວ." ອາດແປໄດ້ອີກວ່າ: "ເຈົ້າ, ນາຍຂອງຂ້ອຍ, ຖາມພວກເຮົາ, ຜູ້ຮັບໃຊ້ຂອງເຈົ້າ" ຫລື "ເຈົ້າຖາມພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)