lo_tn/gen/44/16.md

5.3 KiB

"ເຈົ້ານາຍຂອງຂ້ານ້ອຍພວກເຮົາຈະສາມາດ​ເວົ້າ​​ຢ່າງ​ໃດ​ໄດ້ອີກ? ​ຫລືວ່າ​ພວກເຮົາຈະ​ພິສູດ​ຕົວເຮົາເອງໄດ້​ຢ່າງ​ໃດ?

ທັງ 3 ຄຳຖາມມີຄວາມຫມາຍໂດຍພື້ນຖານສິ່ງດຽວກັນ. ພວກເຂົາໃຊ້ຄຳຖາມເຫລົ່ານີ້ເພື່ອເນັ້ນຫນັກວ່າບໍ່ມີຫຍັງ ທີ່ພວກເຂົາສາມາດເວົ້າ ເພື່ອອະທິບາຍສິ່ງທີ່ເກີດຂື້ນ. ອາດແປໄດ້ອີກວ່າ: "ພວກເຮົາບໍ່ມີຫຍັງເວົ້າ, ນາຍຂອງຂ້າພະເຈົ້າ. ຄຳເວົ້າຂອງພວກເຮົາ ບໍ່ມີຄຸນຄ່າຫຍັງດອກ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-rquestion]])

ເຈົ້ານາຍຂອງຂ້ານ້ອຍພວກເຮົາ......ໃດ​ໄດ້ອີກ?

ໃນນີ້ຄຳວ່າ “ນາຍຂອງຂ້ອຍ” ຫມາຍເຖິງໂຢເຊັບ. ນີ້ແມ່ນວິທີການເວົ້າກັບຜູ້ໃດຜູ້ຫນຶ່ງທີ່ມີອຳນາດສູງກວ່າ. ມັນສາມາດຖືກກ່າວເປັນບຸກຄົນທີສອງ. ອາດແປໄດ້ອີກວ່າ: "ພວກເຮົາສາມາດເວົ້າຫຍັງກັບທ່ານ ... ທາດຮັບໃຊ້ຂອງທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ພຣະເຈົ້າ​ໄດ້​ພົບ​ຄວາມຊົ່ວຮ້າຍຂອງ​ພວກຄົນຮັບໃຊ້ຂອງທ່ານ

ໃນນີ້ຄຳວ່າ “ໄດ້ພົບ” ບໍ່ໄດ້ຫມາຍຄວາມວ່າພຣະເຈົ້າພຽງແຕ່ພົບເຫັນສິ່ງທີ່ພວກອ້າຍໄດ້ເຮັດເທົ່ານັ້ນ. ມັນຫມາຍຄວາມວ່າພຣະເຈົ້າກຳລັງລົງໂທດພວກເຂົາໃນສິ່ງທີ່ພວກເຂົາໄດ້ເຮັດ. ອາດແປໄດ້ອີກວ່າ: "ພຣະເຈົ້າລົງໂທດພວກເຮົາສຳລັບບາບທີ່ພວກເຮົາເຮັດໃນອະດີດ"

ເປັນ​ທາດ​​ຂອງເຈົ້ານາຍທ່ານຂອງຂ້ານ້ອຍ

ພີ່ນ້ອງອ້າງອີງຕົນເອງວ່າ "ເປັນຜູ້ຮັບໃຊ້ຂອງທ່ານ." ນີ້ແມ່ນວິທີທາງການເວົ້າກັບຜູ້ໃດຜູ້ຫນຶ່ງທີ່ມີອຳນາດສູງກວ່າ. ມັນສາມາດຖືກກ່າວເປັນບຸກຄົນທໍາອິດ. ອາດແປໄດ້ອີກວ່າ: "ຄວາມຊົ່ວຊ້າຂອງພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ທັງພວກເຮົາ ແລະ ເຂົາຜູ້​ທີ່​ທ່ານ​ໄດ້​ພົບ​ຈອກ​ຢູ່ໃນມືຂອງເຂົາ

ໃນນີ້ຄຳວ່າ "ມື" ຫມາຍເຖິງບຸກຄົນທັງຫມົດ. ນອກຈາກນີ້, "ໄດ້ຖືກພົບເຫັນ" ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ແລະຜູ້ທີ່ມີຈອກຂອງທ່ານ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-activepassive]])

ຂໍໃຫ້ມັນຢູ່ຫ່າງໄກຈາກເຮົາ! ທີ່ຈະ​ເຮັດ​ຢ່າງນັ້ນ

ບາງຢ່າງທີ່ບຸກຄົນໃດຫນຶ່ງຈະບໍ່ເຄີຍເຮັດ ຖືກກ່າວເຖິງຄືກັບວ່າມັນເປັນວັດຖຸຫນຶ່ງທີ່ບຸກຄົນຕ້ອງການເອົາໄວ້ໄກຈາກຕົວເອງ. "ມັນຈະບໍ່ແມ່ນຕົວຂ້ອຍທີ່ເຮັດເຊັ່ນນັ້ນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

​ຜູ້ຊາຍຄົນນັ້ນຜູ້ທີ່ໄດ້​ພົບ​ຈອກ​ຢູ່ໃນມືຂອງເຂົາ

ໃນນີ້ຄຳວ່າ "ມື" ຫມາຍເຖິງບຸກຄົນທັງຫມົດ. ນອກຈາກນີ້, "ໄດ້ຖືກພົບເຫັນ" ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ແລະຜູ້ທີ່ມີຈອກຂອງທ່ານ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-synecdoche]] ແລະ [[rc:///ta/man/translate/figs-activepassive]])