lo_tn/gen/44/06.md

2.6 KiB

ເວົ້າ​ຖ້ອຍຄຳເຫລົ່ານີ້ກັບພວກເຂົາ

ໃນນີ້ຄຳວ່າ “ຖ້ອຍຄຳ” ຫມາຍເຖິງສິ່ງທີ່ໄດ້ເວົ້າ. ອາດແປໄດ້ອີກວ່າ: "ເວົ້າສິ່ງທີ່ໂຢເຊັບໄດ້ບອກໃຫ້ລາວເວົ້າ"

ເປັນຫຍັງເຈົ້ານາຍຂອງຂ້ານ້ອຍ​ເວົ້າ​ຖ້ອຍຄຳເຫລົ່າ​ນີ້​?

ນີ້ “ຖ້ອນຄຳ” ຫມາຍເຖິງສິ່ງທີ່ໄດ້ເວົ້າ. ພວກອ້າຍອ້າງເຖິງຜູ້ດູແລວ່າ "ນາຍຂອງຂ້ອຍ." ນີ້ແມ່ນວິທີທາງການເວົ້າກັບຜູ້ໃດຜູ້ຫນຶ່ງທີ່ມີອຳນາດສູງກວ່າ. ມັນສາມາດຖືກລະບຸໄວ້ເປັນບຸກຄົນທີສອງ. ອາດແປໄດ້ອີກວ່າ: "ເປັນຫຍັງທ່ານເວົ້າແນວນີ້, ເຈົ້າຂອງຂ້ອຍ?" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-123person]])

ຂໍໃຫ້ມັນຢູ່ຫ່າງໄກຈາກພວກຄົນຮັບໃຊ້ຂອງທ່ານ​ທີ່ພວກເຂົາຈະກະທຳ​ຢ່າງ​ນັ້ນ

ພວກອ້າຍອ້າງອີງໃສ່ຕົນເອງວ່າ “ເປັນຜູ້ຮັບໃຊ້ຂອງທ່ານ” ແລະ “ພວກເຂົາ.” ນີ້ແມ່ນວິທີທາງການເວົ້າກັບຜູ້ໃດຜູ້ຫນຶ່ງທີ່ມີອຳນາດສູງກວ່າ. ອາດແປໄດ້ອີກວ່າ: "ພວກເຮົາຈະບໍ່ເຮັດແບບນັ້ນເລີຍ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ຂໍໃຫ້ມັນຢູ່ຫ່າງໄກຈາກພວກຄົນຮັບໃຊ້ຂອງທ່ານ ​ທີ່ພວກເຂົາຈະກະທຳ​ຢ່າງ​ນັ້ນ

ບາງຢ່າງທີ່ບຸກຄົນໃດຫນຶ່ງຈະບໍ່ເຄີຍເຮັດ ຖືກກ່າວເຖິງຄືກັບວ່າມັນເປັນວັດຖຸຫນຶ່ງທີ່ບຸກຄົນຕ້ອງການເອົາໄວ້ໄກຈາກຕົວເອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)