lo_tn/gen/43/32.md

4.5 KiB

ພວກຄົນຮັບໃຊ້ຈຶ່ງໄດ້ຍົກອາຫານມາ​ ໃຫ້​ໂຢເຊັບ​ໂດຍສ່ວນຂອງເພິ່ນເອງ ແລະ​ຂອງ​ພວກ​ອ້າຍ​ນ້ອງໂດຍສ່ວນຂອງພວກເຂົາເອງ​

ນີ້ຫມາຍຄວາມວ່າໂຢເຊັບ, ອ້າຍນ້ອງ ແລະ ຊາວເອຢີບຄົນອື່ນໆ ກຳລັງກິນເຂົ້າຢູ່ ສາມບ່ອນທີ່ແຕກຕ່າງກັນພາຍໃນຫ້ອງດຽວກັນ. ອາດແປໄດ້ອີກວ່າ: "ພວກຜູ້ຮັບໃຊ້ໄດ້ຮັບໃຊ້ໂຢເຊັບໄດ້ເສີບອາຫານໃຫ້ໂຢເຊັບ ແລະ ພວກອ້າຍພວກເຂົາ ແລະຊາວເອຢີບ, ເຊິ່ງພວກເຂົາໄດ້ກິນອາຫານຂອງຕົນດ້ວຍຕົວເອງ"

ພວກຄົນ​ເອຢິບ​ທີ່ນັ້ນ​ໄດ້​ກິນກັບເຂົາໃນສ່ວນຂອງພວກເຂົາ

ພວກນີ້ແມ່ນເຈົ້າຫນ້າທີ່ຊາວເອຢີບທີ່ໄດ້ກິນເຂົ້າກັບໂຢເຊັບ, ແຕ່ພວກເຂົາຍັງນັ່ງແຍກຈາກລາວ ແລະ ອ້າຍນ້ອງຊາວຢິວ.

ເພາະວ່າຄົນເອຢິບ​ ບໍ່ສາມາດ​ກິນ​ເຂົ້າ​ຈີ່​​ກັບ​ຊາວ​ເຮັບເຣີ, ເພາະວ່າມັນເປັນສິ່ງທີ່ຫນ້າກຽດແກ່ຄົນເອຢິບ

ປະໂຫຍກນີ້ສາມາດຖືກແປເປັນປະໂຫຍກໃຫມ່: "ພວກເຂົາໄດ້ເຮັດແບບນີ້ເພາະວ່າຊາວເອຢີບ ຄິດວ່າມັນເປັນສິ່ງທີ່ຫນ້າອັບອາຍທີ່ຈະກິນເຂົ້າກັບຊາວເຮັບເຣີ"

ບໍ່ສາມາດ​ກິນ​ເຂົ້າ​ຈີ່​​

ໃນນີ້ຄຳວ່າ “ເຂົ້າຈີ່” ແມ່ນຫມາຍເຖິງອາຫານໂດຍທົ່ວໄປ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ພວກ​ອ້າຍ​ໄດ້ນັ່ງຕໍ່ຫນ້າເພິ່ນ

ມັນຫມາຍຄວາມວ່າໂຢເຊັບໄດ້ຈັດແຈງບ່ອນນັ່ງສຳລັບອ້າຍແຕ່ລະຄົນ. ທ່ານສາມາດເຮັດໃຫ້ຂໍ້ມູນທີ່ມີຄວາມຫມາຍ ຊັດເຈນ. ອາດແປໄດ້ອີກວ່າ: "ອ້າຍນ້ອງໄດ້ນັ່ງກົງກັນຂ້າມກັບຜູ້ຊາຍຄົນນັ້ນ, ຕາມບ່ອນທີ່ຖືກຈັດແຈງໃຫ້ແກ່ພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ພວກ​ອ້າຍ​ໄດ້ນັ່ງຕໍ່ຫນ້າເພິ່ນ, ລູກຊາຍຫົວປີຕາມສິດທິລູກຫົວປີ, ແລະນ້ອງຄົນສຸດທ້ອງຕາມອາຍຸຂອງເຂົາ

"ລູກຊາຍກົກ" ແລະ "ຄົນຫມຸ່ມກວ່າ" ໄດ້ຖືກນຳໃຊ້ຮ່ວມກັນເພື່ອຫມາຍຄວາມວ່າ ອ້າຍນ້ອງທຸກຄົນໄດ້ນັ່ງລຽງຕາມລຳດັບຕາມອາຍຸຂອງພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-merism)

ພວກຜູ້ຊາຍທັງຫລາຍຖືກເຮັດໃຫ້ປະຫລາດໃຈດ້ວຍກັນ

"ພວກຜູ້ຊາຍປະຫລາດໃຈຫລາຍເມື່ອພວກເຂົາຮູ້ເລື່ອງນີ້"

ແຕ່ສ່ວນຂອງເບັນຢາມິນ​ໄດ້​ຮັບ​​ຫລາຍກວ່າ​​ຫ້າ​ເທົ່າ

ວະລີທີ່ວ່າ "ຫ້າເທື່ອ" ສາມາດຖືກກ່າວເຖິງໂດຍທົ່ວໄປ. ອາດແປໄດ້ອີກວ່າ: "ແຕ່ເບັນຢາມິນໄດ້ຮັບສ່ວນທີ່ໃຫຍ່ກວ່າສິ່ງທີ່ອ້າຍຂອງລາວໄດ້ຮັບ"