lo_tn/gen/43/28.md

2.7 KiB

ພໍ່​ຂອງ​ພວກ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງທ່ານ

ພວກເຂົາກ່າວເຖິງພໍ່ຂອງພວກເຂົາວ່າ "ເປັນຜູ້ຮັບໃຊ້ຂອງທ່ານ" ເພື່ອສະແດງຄວາມເຄົາລົບ. ອາດແປໄດ້ອີກວ່າ: "ພໍ່ຂອງພວກເຮົາຜູ້ທີ່ຮັບໃຊ້ທ່ານ"

ພວກເຂົາ​ໄດ້ກົ້ມ ​ແລະ ຫມອບຂາບ​ລົງ

ຄຳເຫລົ່ານີ້ໂດຍພື້ນຖານແລ້ວຫມາຍເຖິງສິ່ງດຽວກັນ. ພວກເຂົາໄດ້ນອນນອບຢູ່ຕໍ່ຫນ້າ ຜູ້ຊາຍເພື່ອສະແດງຄວາມເຄົາລົບນັບຖື. ອາດຈະແປໄດ້ອີກວ່າ: "ພວກເຂົາກົ້ມຂາບຕໍ່ຫນ້າລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)

ເມື່ອເ​ພິ່ນໄດ້ຫລຽວຂຶ້ນ

ນີ້ແມ່ນຫມາຍເຖິງ "ລາວໄດ້ຫລຽວເບິ່ງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ລູກຊາຍຂອງແມ່ຂອງເພິ່ນ​ ແລະ ເພິ່ນໄດ້​ເວົ້າ​ວ່າ

ປະໂຫຍກນີ້ສາມາດແປເປັນປະໂຫຍກໃຫມ່. ອາດແປໄດ້ອີກວ່າ: "ລູກຊາຍຂອງແມ່ຂອງລາວ. ໂຢເຊັບເວົ້າວ່າ"

ນີ້ຄືນ້ອງຊາຍ​​ຫລ້າ​ຂອງ​ພວກເຈົ້າທີ່​ພວກເຈົ້າ....ເຮົາບໍ?

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ໂຢເຊັບກຳລັງຖາມຄຳຖາມ ເພື່ອຢືນຢັນວ່າຊາຍຄົນນີ້ແມ່ນເບັນຢາມິນ, ຫລື 2) ມັນແມ່ນຄຳຖາມທີ່ບໍ່ຫວັງຄຳຕອບ. ອາດແປໄດ້ອີກວ່າ: "ເອົາລະ ນີ້ແມ່ນນ້ອງຊາຍຂອງເຈົ້າ ... ຂ້ອຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ລູກຊາຍຂອງເຮົາເອີຍ

ນີ້ແມ່ນວິທີທີ່ເວົ້າແບບເປັນມິດກັບຜູ້ຊາຍອີກຄົນທີ່ມີຕຳແຫນ່ງຕໍ່າກວ່າ. ອາດແປໄດ້ອີກວ່າ: "ຊາຍຫນຸ່ມ"