lo_tn/gen/43/21.md

3.4 KiB

ປະໂຫຍກເຊື່ອມຕໍ່:

ພວກອ້າຍສືບຕໍ່ເວົ້າກັບຜູ້ດູແລເຮືອນ.

ມັນກໍເກີດຂຶ້ນ

ວະລີນີ້ຖືກນຳໃຊ້ເພື່ອຫມາຍເຫດການສຳຄັນໃນເລື່ອງ. ຖ້າພາສາຂອງທ່ານມີຄຳເວົ້າແບບນີ້, ທ່ານສາມາດພິຈາລະນາໃຊ້ມັນຢູ່ບ່ອນນີ້.

ເມື່ອພວກເຮົາໄດ້ໄປເຖິງ​ທີ່​ພັກ

"ເມື່ອພວກເຮົາມາຮອດສະຖານທີ່ທີ່ພວກເຮົາພັກຄ້າງຄືນ"

ເບິ່ງເຖີດ

ຄຳວ່າ "ເບິ່ງເຖີດ" ສະແດງໃຫ້ເຫັນວ່າພວກອ້າຍໄດ້ປະຫລາດໃຈກັບສິ່ງທີ່ພວກເຂົາໄດ້ເຫັນ.

​ຂອງທຸກຄົນໄດ້ຢູ່ຄົບ​ໃນກະສອບຂອງແຕ່ລະຄົນ

"ພວກເຮົາແຕ່ລະຄົນໄດ້ພົບເຫັນ ຈຳນວນເງິນຂອງຕົນຢູ່ໃນກະສອບຂອງລາວ"

ພວກ​ເຮົາໄດ້ນຳມັນກັບມາ​ໃນມື​ຂອງພວກ​ເຮົາ

ໃນນີ້ຄຳວ່າ "ມື" ຫມາຍເຖິງຄົນທັງຫມົດ. ອາດແປໄດ້ອີກວ່າ: "ພວກເຮົາໄດ້ນຳເງິນຄືນມາກັບພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ເງິນອື່ນໆພວກເຮົາກໍໄດ້ຖື​ມາ​ນຳ​ເພື່ອຊື້ອາຫານ

ໃນນີ້ຄຳວ່າ "ມື" ຫມາຍເຖິງຄົນທັງຫມົດ. ອາດແປໄດ້ອີກວ່າ: "ພວກເຮົາໄດ້ນຳເງິນເພື່ອທີ່ຈະຊື້ອາຫານ" (ເບິ່ງ: rc://*/ta/man/translate/figs-synecdoche)

ໄດ້ຖື​ມາ​ນຳລົງມາ

ມັນເປັນເລື່ອງທຳມະດາທີ່ຈະໃຊ້ຄຳວ່າ "ລົງໄປ" ໃນເວລາເວົ້າເຖິງການເດີນທາງຈາກການາອານໄປຍັງເອຢີບ.

ສັນຕິສຸກຈົ່ງມີແກ່ພວກທ່ານ

ຄຳນາມທີ່ບໍ່ມີຕົວຕົນ "ສັນຕິສຸກ" ສາມາດຖືກກ່າວເຖິງເປັນ ຄຳກິລິຍາ. ອາດແປໄດ້ອີກວ່າ: "ຜ່ອນຄາຍ" ຫລື "ສະຫງົບຕົວເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ ພຣະເຈົ້າ​ຂອງ​ພໍ່​ພວກເຈົ້າ​

ຄົນຮັບໃຊ້ບໍ່ໄດ້ເວົ້າເຖິງພຣະເຈົ້າສອງອົງທີ່ແຕກຕ່າງກັນ. ອາດແປໄດ້ອີກວ່າ: "ພຣະເຈົ້າຂອງເຈົ້າ, ພຣະເຈົ້າທີ່ພໍ່ຂອງເຈົ້ານະມັດສະການ"