lo_tn/gen/43/08.md

5.0 KiB

ພວກເຮົາ​ຈະ​ລຸກ​ຂຶ້ນແລະໄປ ເພື່ອພວກເຮົາ​ຈະມີຊີວິດ ແລະ​ບໍ່​ຕາຍ,​​ທັງພວກເຮົາ, ​ພໍ່, ແລະ​ລູກທັງຫລາຍຂອງ​ພວກເຮົາ

ວະລີທີ່ວ່າ "ພວກເຮົາອາດຈະມີຊີວິດຢູ່" ແລະ "ບໍ່ຕາຍ" ມີຄວາມຫມາຍອັນດຽວກັນ. ຢູດາກຳລັງກ່າວເນັ້ນວ່າພວກເຂົາຕ້ອງໄດ້ໄປຊື້ອາຫານຈາກປະເທດເອຢິບ ເພື່ອຈະມີຊີວິດລອດ. ອາດແປໄດ້ອີກວ່າ: "ພວກເຮົາຈະໄປປະເທດເອຢີບ ແລະ ເອົາເມັດເຂົ້າມາ ເພື່ອວ່າຄອບຄົວຂອງພວກເຮົາຈະມີຊີວິດຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

​ພວກເຮົາ​ຈະ​ລຸກ​ຂຶ້ນ

ໃນນີ້ຄຳວ່າ "ພວກເຮົາ" ຫມາຍເຖິງພີ່ນ້ອງທີ່ຈະເດີນທາງໄປເອຢີບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-exclusive)

ພວກເຮົາ​ຈະມີຊີວິດ

ໃນນີ້ຄຳວ່າ "ພວກເຮົາ" ຫມາຍເຖິງພີ່ນ້ອງ, ຊາວອິດສະຣາເອນ, ແລະ ທຸກຄົນໃນຄອບຄົວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-inclusive)

ທັງພວກເຮົາ

ໃນນີ້ຄຳວ່າ "ພວກເຮົາ" ຫມາຍເຖິງພີ່ນ້ອງ. (ເບິ່ງ: rc://*/ta/man/translate/figs-exclusive)

ພວກເຮົາ, ​ພໍ່

ໃນນີ້ຄຳວ່າ "ພໍ່" ແມ່ນຄຳນາມຄີກຫມາຍເຖິງອິດສະຣາເອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ແລະ​ລູກທັງຫລາຍຂອງ​ພວກເຮົາ

ໃນນີ້ຄຳວ່າ "ຂອງພວກເຮົາ" ຫມາຍເຖິງພີ່ນ້ອງ. ໃນນີ້ຫມາຍ ເຖິງເດັກນ້ອຍໆ ຜູ້ທີ່ມັກຈະເສຍຊີວິດໃນລະຫວ່າງຄວາມອຶດຢາກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-exclusive)

ລູກ​ຂໍເປັນຕົວປະກັນ​ເພື່ອ​ເຂົາ​ເອງ

ຄຳນາມທີ່ບໍ່ມີຕົວຕົນ "ການຮັບປະກັນ" ສາມາດຖືກກ່າວເຖິງເປັນຄຳກິລິຍາວ່າ "ສັນຍາ." ອາດແປໄດ້ອີກວ່າ: "ຂ້ອຍຈະສັນຍາວ່າຈະນຳລາວກັບຄືນມາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ພໍ່​ໃຫ້ລູກຮັບຜິດຊອບໄດ້

ວິທີທີ່ຢາໂຄບຈະເຮັດໃຫ້ຢູດາມີຄວາມຮັບຜິດຊອບສາມາດລະບຸຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ເຈົ້າຈະເຮັດໃຫ້ຂ້ອຍຕອບເຈົ້າກ່ຽວກັບສິ່ງທີ່ເກີດຂື້ນກັບເບັນຢາມິນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຂໍໃຫ້ລູກໄດ້ຮັບການປະນາມ

ປະໂຫຍກນີ້ເວົ້າກ່ຽວກັບ "ຕຳນິ" ຄືກັບວ່າມັນແມ່ນວັດຖຸທີ່ບຸກຄົນຕ້ອງແບກຫາບ. ອາດແປໄດ້ອີກວ່າ: "ເຈົ້າອາດຈະຕຳນິຂ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພາະຖ້າ​ພວກເຮົາ​ບໍ່​ຊັກຊ້າ​ຢູ່

ຢູດາກຳລັງພັນລະນາບາງສິ່ງບາງຢ່າງທີ່ ອາດເກີດຂຶ້ນໃນອະດີດແຕ່ບໍ່ໄດ້ເຮັດ. ຢູດາກຳລັງຂຸ້ນຂ້ຽວພໍ່ຂອງລາວທີ່ລໍຖ້າດົນໃນການສົ່ງລູກຊາຍຂອງລາວໄປເອຢີບ ເພື່ອຈະໄດ້ອາຫານເພີ່ມ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hypo)

ປານນີ້ ພວກເຮົາກໍ​ຄົງ​ຈະ​ກັບ​ມາ​ທີ່ນີ້ເປັນ​ຖ້ຽວ​ທີ​ສອງ​ແລ້ວ

"ພວກເຮົາກໍ​ຄົງ​ຈະ​ໄປໄດ້ສອງຖ້ຽວແລ້ວ"