lo_tn/gen/43/03.md

3.1 KiB

ຢູດາຕອບວ່າ

"ຢູດາຕອບວ່າພໍ່ຂອງລາວ ຢາໂຄບວ່າ"

ຜູ້ຊາຍຄົນນັ້ນ

ນີ້ຫມາຍເຖິງໂຢເຊັບ, ແຕ່ພວກອ້າຍບໍ່ຮູ້ວ່າແມ່ນໂຢເຊັບ. ພວກເຂົາໄດ້ກ່າວເຖິງລາວວ່າ "ຜູ້ຊາຍ" ຫລື "ຜູ້ຊາຍ, ເຈົ້ານາຍຂອງແຜ່ນດິນ" ໃນຂໍ້ 42:29.

ໄດ້​ບອກພວກເຮົາ​ຢ່າງ​ເດັດຂາດ​ວ່າ, "ຢ່າ​ໄປ​ໃຫ້​ເພິ່ນ​ເຫັນ​ຫນ້າ ຈົນກວ່າ​ພວກເຮົາ​ຈະ​ນຳ​ນ້ອງຊາຍ​ຫລ້າ​ໄປ​ດ້ວຍ

ນີ້ເປັນເວົ້າຢືມ. ມັນສາມາດເວົ້າເປັນເປັນຄຳເວົ້າຢືມທາງອ້ອມ. ອາດແປໄດ້ອີກວ່າ: "ໄດ້ເຕືອນພວກເຮົາວ່າພວກເຮົາຈະບໍ່ເຫັນຫນ້າຂອງລາວອີກເວັ້ນເສຍແຕ່ວ່າພວກເຮົາຈະນຳ ນ້ອງຊາຍຂອງພວກເຮົາໄປກັບພວກເຮົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-quotesinquotes]] ແລະ [[rc:///ta/man/translate/figs-quotations]])

ໄດ້​ບອກພວກເຮົາ​ຢ່າງ​ເດັດຂາດ

"ການເຕືອນນີ້ແມ່ນຫນັກແຫນ້ນຫລາຍ ເມື່ອລາວໄດ້ເຕືອນພວກເຮົາ, ໂດຍກ່າວວ່າ"

ຢ່າ​ໄປ​ໃຫ້​ເພິ່ນ​ເຫັນ​ຫນ້າ

ຢູດາໃຊ້ວະລີນີ້ສອງຄັ້ງໃນ 43:3-5 ເພື່ອເນັ້ນຫນັກເຖິງບິດາຂອງລາວ ວ່າພວກເຂົາບໍ່ສາມາດກັບຄືນໄປເອຢີບຖ້າບໍ່ມີເບັນຢາມິນໄປນຳ. ວະລີທີ່ວ່າ "ຫນ້າຂອງຂ້ອຍ" ຫມາຍເຖິງຊາຍຄົນນັ້ນ, ຄືໂຢເຊັບ. ອາດແປໄດ້ອີກວ່າ: "ເຈົ້າຈະບໍ່ມາໃຫ້ຂ້ອຍເຫັນຫນ້າອີກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ນ້ອງຊາຍ​ຫລ້າ​ໄປ​ດ້ວຍກັບພວກເຈົ້າ

ຢູດາກຳລັງອ້າງອີງເຖິງເບັນຢາມິນ, ຜູ້ທີ່ນາງ ຣາເຊັໄດ້ເກີດຄັ້ງສຸດທ້າຍກ່ອນທີ່ນາງຈະເສຍຊີວິດ.

ພວກເຮົາ​ກໍ​ຈະ​ບໍ່​ລົງໄປ

ມັນເປັນເລື່ອງທຳມະດາທີ່ຈະໃຊ້ຄຳວ່າ "ລົງໄປ" ໃນເວລາເວົ້າເຖິງການເດີນທາງຈາກການາອານໄປສູ່ເອຢີບ.