lo_tn/gen/42/37.md

3.9 KiB

ມອບເຂົາໄວ້ໃນມືຂ້ອຍ

ນີ້ແມ່ນຄຳຮຽກຮ້ອງໃຫ້ຣູເບັນເອົາໂຢເຊັບໄປນຳ ແລະເບິ່ງແຍງລາວໃນເວລາເດີນທາງ. ອາດແປໄດ້ອີກວ່າ: "ໃຫ້ຂ້ອຍຮັບຜິດຊອບເຂົາ" ຫລື "ໃຫ້ຂ້ອຍເບິ່ງແຍງລາວເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ລູກຊາຍ​ຂອງເຮົາຈະບໍ່ລົງ​ໄປ​ນຳ​ພວກເຈົ້າ

ມັນເປັນເລື່ອງທຳມະດາທີ່ຈະໃຊ້ຄຳວ່າ "ລົງໄປ" ໃນເວລາເວົ້າເຖິງການເດີນທາງຈາກການາອານໄປສູ່ເອຢີບ. ອາດແປໄດ້ອີກວ່າ: "ລູກຊາຍຂອງຂ້ອຍ, ເບັນຢາມິນ, ຈະບໍ່ໄປເອຢິບກັບເຈົ້າ"

ນຳ​ພວກເຈົ້າ

ໃນນີ້ຄຳວ່າ “ເຈົ້າ” ແມ່ນຈຳນວນຫລາຍ ແລະ ຫມາຍເຖິງບັນດາລູກຊາຍຂອງຢາໂຄບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)

ເພາະວ່າອ້າຍ​ຂອງ​ເຂົາໄດ້​ຕາຍໄປ​ແລ້ວ ເຫລືອເຂົາພຽງ​ຄົນ​ດຽວ

ຄວາມຫມາຍເຕັມແມ່ນສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ສຳລັບເມຍຂອງຂ້ອຍ, ນາງຣາເຊັນ, ມີລູກພຽງແຕ່ສອງຄົນເທົ່ານັ້ນ. ໂຢເຊັບໄດ້ເສຍຊີວິດ ແລະ ເບັນຢາມິນເປັນຜູ້ດຽວທີ່ຍັງເຫລືອຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ໃນລະຫວ່າງ​ທາງ​ທີ່ພວກເຈົ້າໄປນັ້ນ

"ໃນຂະນະທີ່ເຈົ້າກຳລັງເດີນທາງໄປເອຢີບ ແລະ ຕອນກັບມານັ້ນ" ຫລື "ໃນຂະນະທີ່ທ່ານຢູ່ໄກ." ໃນນີ້ຄຳວ່າ “ຖະຫນົນ” ຫມາຍເຖິງການເດີນທາງ.

ທົ່າກັບວ່າພວກເຈົ້າຈະນຳຜົມ​ຫງອກຂອງເຮົາພ້ອມກັບຄວາມໂສກເສົ້າ ລົງສູ່ແດນຄົນ​ຕາຍ​ກໍໄດ້

ການ “ຖີ້ມລົງ…ສູ່ແດນຄົນຕາຍ” ແມ່ນວິທີການເວົ້າວ່າພວກເຂົາຈະເຮັດໃຫ້ລາວເສຍຊີວິດ ແລະ ໄປຫາແດນຄົນຕາຍ. ລາວໃຊ້ຄຳວ່າ "ລົງ" ເພາະວ່າໂດຍທົ່ວໄປເຊື່ອວ່າແດນຄົນຕາຍແມ່ນຢູ່ໃຕ້ດິນ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນທ່ານຈະເຮັດໃຫ້ຂ້ອຍ, ຜູ້ຊາຍອາຍຸສູງຄົນນີ້, ເສຍຊີວິດຍ້ອນຄວາມໂສກເສົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຜົມ​ຫງອກຂອງເຮົາ

ປະໂຫຍກນີ້ຫມາຍເຖິງຢາໂຄບ ແລະ ເນັ້ນຫນັກເຖິງຄວາມເຖົ້າແກ່ຂອງລາວ. ອາດແປໄດ້ອີກວ່າ: "ຂ້ອຍ, ຊາຍເຖົ້າຄົນຫນຶ່ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)