lo_tn/gen/42/29.md

3.0 KiB

ທີ່ເປັນເຈົ້ານາຍຂອງ​ແຜ່ນດິນ

ເຈົ້ານາຍຂອງ​ແຜ່ນດິນເອຢິບ

ໄດ້​ເວົ້າ​ຢ່າງ​ຮຸນແຮງ​ກັບພວກເຮົາ

"ໄດ້​ເວົ້າ​ຢ່າງ​ຮຸນແຮງ​"

ພວກເຮົາ​ເປັນ​ຄົນສອດແນມ

ນັກສອດແນມແມ່ນຄົນທີ່ພະຍາຍາມຊອກຫາຂໍ້ມູນກ່ຽວກັບປະເທດຫນຶ່ງຢ່າງລັບໆ ເພື່ອຊ່ວຍປະເທດອື່ນ. ເບິ່ງເພີ່ມເຕີມວິທີທີ່ທ່ານແປ "ນັກສອດແນມ" ໃນຂໍ້ 42:9.

ເຮົາ​ໄດ້ເວົ້າກັບເຂົາວ່າ, "ພວກເຮົາເປັນ​ຄົນ​ສັດຊື່. ພວກເຮົາບໍ່ແມ່ນ​ຄົນສອດແນມ. ພວກເຮົາ​ມີ​ອ້າຍ​ນ້ອງ​​ສິບສອງ​ຄົນ, ​ເປັນລູກຊາຍທັງຫລາຍຈາກ​ພໍ່​ດຽວກັນ. ຄົນຫນຶ່ງ​ໄດ້​ຕາຍໄປ​ແລ້ວ.....ໃນແຜ່ນດິນ​ການາອານ

ປະໂຫຍກນີ້ແມ່ນການຢືມຄຳເວົ້າ. ມັນສາມາດເວົ້າເປັນຄຳຢືມທາງອ້ອມ. ອາດແປໄດ້ອີກວ່າ: "ພວກເຮົາໄດ້ບອກລາວວ່າພວກເຮົາເປັນຄົນສັດຊື່ ແລະ ບໍ່ແມ່ນຄົນສອດແນມ. ພວກເຮົາໄດ້ເວົ້າວ່າພວກເຮົາແມ່ນອ້າຍນ້ອງສິບສອງຄົນ, ລູກຊາຍຂອງພໍ່ຂອງພວກເຮົາ, ແລະນ້ອງຊາຍຄົນຫນຶ່ງບໍ່ມີຊີວິດຢູ່ ... ແຜ່ນດິນການາອານ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-quotesinquotes]] ແລະ [[rc:///ta/man/translate/figs-quotations]])

ຄົນຫນຶ່ງ​ໄດ້​ຕາຍໄປ​ແລ້ວ

ຄຳວ່າ"ນ້ອງຊາຍ" ເປັນທີ່ເຂົ້າໃຈໄດ້. ອາດແປໄດ້ອີກວ່າ: "ນ້ອງຊາຍຄົນຫນຶ່ງບໍ່ມີຊີວິດແລ້ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ນ້ອງຊາຍ​ຫລ້າ​ຍັງ​ຢູ່​ກັບ​ພໍ່​ຂອງພວກເຮົາ

ຄຳວ່າ "ນ້ອງຊາຍ" ເປັນທີ່ເຂົ້າໃຈໄດ້. ອາດແປໄດ້ອີກວ່າ: "ນ້ອງຊາຍຫລ້າຢູ່ກັບພໍ່ຂອງພວກເຮົາດຽວນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)