lo_tn/gen/42/23.md

3.0 KiB

ພວກເຂົາບໍ່ໄດ້ຮູ້ວ່າ......ເພາະ​ວ່າມີລ່າມ​ລະຫວ່າງ​ພວກເຂົາ

ເລື່ອງນີ້ປ່ຽນຈາກເລື່ອງເລົ່າຫລັກ ໄປຫາຂໍ້ມູນພື້ນຖານທີ່ອະທິບາຍວ່າເປັນຫຍັງພວກອ້າຍຈຶ່ງຄິດວ່າໂຢເຊັບບໍ່ສາມາດເຂົ້າໃຈພວກເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-background)

ມີລ່າມ

“ລ່າມແປ” ແມ່ນຜູ້ທີ່ແປສິ່ງທີ່ຄົນຫນຶ່ງເວົ້າເປັນພາສາອຶ່ນ. ໂຢເຊັບໄດ້ແຕ່ງຕັ້ງລ່າມແປລະຫວ່າງຕົວເອງ ແລະ ອ້າຍຂອງລາວເພື່ອເຮັດໃຫ້ເບິ່ງຄືວ່າລາວບໍ່ເວົ້າພາສາຂອງພວກເຂົາ.

ເພິ່ນໄດ້ອອກໄປ​ຈາກ​ພວກເຂົາ ແລະ​​ຮ້ອງໄຫ້​

ມັນກໍ່ຫມາຍຄວາມວ່າໂຢເຊັບໄດ້ຮ້ອງໄຫ້ຍ້ອນວ່າລາວຮູ້ສຶກອຸກໃຈ ຫລັງຈາກໄດ້ຍິນສິ່ງທີ່ອ້າຍຂອງລາວເວົ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

​ເວົ້າກັບພວກເຂົາ

ໂຢເຊັບຍັງເວົ້າພາສາອື່ນ ແລະ ໃຊ້ລ່າມເພື່ອເວົ້າກັບອ້າຍຂອງລາວ. (ເບິ່ງ: rc://*/ta/man/translate/figs-explicit)

ໄດ້ມັດເຂົາຕໍ່ຫນ້າພວກເຂົາ

ໃນນີ້ຄໍາ “ຕາ” ຫມາຍເຖິງສາຍຕາຂອງພວກເຂົາ. ອາດແປໄດ້ອີກວ່າ: "ມັດລາວໃນສາຍຕາຂອງພວກເຂົາ" ຫລື "ມັດລາວໃນຂະນະທີ່ພວກເຂົາກຳລັງເບິ່ງຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຈັດຕຽມການເດີນທາງໃຫ້​ພວກເຂົາ

"ເພື່ອສະຫນອງສິ່ງຂອງທີ່ຈຳເປັນໃຫ້ພວກເຂົາ"

ມັນ​ໄດ້ຖືກດຳເນີນການ​ເພື່ອພວກເຂົາ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຜູ້ຮັບໃຊ້ໄດ້ເຮັດເພື່ອພວກເຂົາທຸກສິ່ງທີ່ໂຢເຊັບໄດ້ສັ່ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)