lo_tn/gen/42/21.md

4.2 KiB
Raw Permalink Blame History

ພວກເຮົາ​ໄດ້ເຫັນຄວາມເຈັບປວດຂອງຈິດວິນຍານຂອງເຂົາ

ຄຳວ່າຈິດວິນຍານຫມາຍເຖິງໂຢເຊັບ. ອາດແປໄດ້ອີກວ່າ: "ເພາະວ່າພວກເຮົາໄດ້ເຫັນວ່າໂຢເຊັບຮູ້ສຶກເສົ້າສະຫລົດໃຈ" ຫລື "ເພາະວ່າພວກເຮົາໄດ້ເຫັນວ່າໂຢເຊັບກຳລັງທຸກທໍລະມານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ດັ່ງນັ້ນຄວາມເຈັບປວດນີ້​ຈຶ່ງໄດ້​ຢ້ອນກັບມາຖືກ​ພວກເຮົາ

ຄຳນາມທີ່ບໍ່ມີຕົວຕົນ "ຄວາມເຈັບປວດ" ສາມາດຖືກກ່າວເປັນຄຳກິລິຍາ "ທຸກທໍລະມານ." ອາດແປໄດ້ອີກວ່າ: "ນັ້ນແມ່ນເຫດຜົນທີ່ພວກເຮົາກໍາລັງທຸກທໍລະມານແບບນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ຂ້ອຍ​ບໍ່ໄດ້ບອກ​ພວກເຈົ້າ​ບໍ? "ວ່າ​ຢ່າ​ເຮັດບາບຕໍ່ເດັກຄົນນັ້ນ," ແຕ່​ພວກເຈົ້າ​ບໍ່​ຍອມ​ຟັງ​ຂ້ອຍ​ເລີຍ)

ຣູເບັນໃຊ້ຄຳຖາມນີ້ເພື່ອກ່າວໂທດພີ່ນ້ອງຂອງລາວ. ອາດແປໄດ້ອີກວ່າ: "ຂ້ອຍໄດ້ບອກເຈົ້າແລ້ວວ່າ ຢ່າທຳຮ້າຍເດັກຊາຍນັ້ນ, ແຕ່ເຈົ້າຈະບໍ່ຟັງ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຂ້ອຍ​ບໍ່ໄດ້ບອກ​ພວກເຈົ້າ​ບໍ? "ວ່າ​ຢ່າ​ເຮັດບາບຕໍ່ເດັກຄົນນັ້ນ,"

ປະໂຫຍກນີ້ແມ່ນການຢືມຄຳເວົ້າ. ມັນສາມາດເວົ້າເປັນປະໂຫຍກຢືມທາງອ້ອມ. ອາດແປໄດ້ອີກວ່າ: "ຂ້ອຍບໍ່ໄດ້ບອກເຈົ້າວ່າຢ່າເຮັດຜິດຕໍ່ເດັກຊາຍ" ຫລື "ຂ້ອຍໄດ້ບອກເຈົ້າບໍ່ໃຫ້ ທຳຮ້າຍເດັກຊາຍນັ້ນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-quotesinquotes]] ແລະ [[rc:///ta/man/translate/figs-quotations]])

ບັດນີ້, ເບິ່ງແມ

ໃນນີ້ຄຳວ່າ "ບັດນີ້" ບໍ່ໄດ້ຫມາຍຄວາມວ່າ "ໃນເວລານີ້," ແຕ່ທັງ "ບັດນີ້" ແລະ "ເບິ່ງແມ" ຖືກນຳໃຊ້ເພື່ອດຶງດູດຄວາມສົນໃຈຕໍ່ຈຸດສຳຄັນທີ່ຕິດຕາມມາ.

ເລືອດຂອງເຂົາໄດ້ຮຽກຮ້ອງຕໍ່ພວກເຮົາ​

ໃນນີ້ຄຳວ່າ “ເລືອດ” ຫມາຍເຖິງການຕາຍຂອງໂຢເຊັບ. ອ້າຍນ້ອງຂອງລາວຄິດວ່າໂຢເຊັບຕາຍແລ້ວ. ປະໂຫຍກທີ່ວ່າ "ຮຽກຮ້ອງຕໍ່ພວກເຮົາ" ຫມາຍຄວາມວ່າພວກເຂົາຕ້ອງຖືກລົງໂທດ ຍ້ອນສິ່ງທີ່ພວກເຂົາໄດ້ເຮັດ. ອາດແປໄດ້ອີກວ່າ: "ພວກເຮົາໄດ້ຮັບສິ່ງທີ່ສົມຄວນໄດ້ຮັບ ເນື່ອງດ້ວຍຄວາມຕາຍຂອງລາວ" ຫລື "ພວກເຮົາກຳລັງທຸກທໍລະມານເພາະໄດ້ຂ້າລາວ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-idiom]])