lo_tn/gen/42/05.md

2.5 KiB

ພວກ​ລູກຊາຍ​ຂອງ​ຢາໂຄບ​ໄດ້ເດີນທາງ​ມາ​, ເພື່ອທີ່ຈະ​ຊື້​ເຂົ້າ​ທ່າມກາງ​ຄົນ​ທັງຫລາຍທີ່ມານັ້ນ

ຄຳວ່າ "ໄດ້ມາ" ສາມາດແປເປັນ "ໄດ້ໄປ". ພ້ອມກັນນັ້ນ, ຍັງມີຄວາມເຂົ້າໃຈກ່ຽວກັບຄຳວ່າ “ເມັດເຂົ້າ” ແລະ “ເອຢິບ”. ອາດແປໄດ້ອີກວ່າ: "ພວກລູກຊາຍຂອງອິດສະຣາເອນໄດ້ໄປຊື້ເມັດເຂົ້າພ້ອມກັບຄົນອື່ນໆ ທີ່ໄປປະເທດເອຢິບ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-go]] ແລະ [[rc:///ta/man/translate/figs-ellipsis]])

ບັດນີ້ໂຢເຊັບ

"ບັດນີ້" ຫມາຍເຖິງການປ່ຽນແປງຈາກເລື່ອງເລົ່າມາເປັນຂໍ້ມູນພື້ນຖານກ່ຽວກັບໂຢເຊັບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-background)

ທັງແຜ່ນດິນ

ໃນນີ້ຄຳວ່າ "ແຜ່ນດິນ" ຫມາຍເຖິງເອຢີບ. ອາດແປໄດ້ອີກວ່າ: "ທົ່ວປະເທດເອຢິບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

​ໃຫ້​ກັບ​ຄົນ​ທັງແຜ່ນດິນ

ໃນນີ້ຄຳວ່າ "ແຜ່ນດິນ" ປະກອບມີປະເທດເອຢິບ ແລະ ປະເທດອ້ອມຂ້າງອື່ນໆ. ອາດແປໄດ້ອີກວ່າ: "ປະຊາຊົນທຸກປະຊາຊາດທີ່ມາຊື້ເມັດພືດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ພວກ​ອ້າຍ​ຂອງ​ໂຢເຊັບໄດ້ມາ

ຄຳວ່າ "ໄດ້ມາ" ສາມາດແປເປັນ "ໄດ້ໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-go)

ໂຄ້ງຄຳນັບ​ເພິ່ນ ຫນ້າຂອງພວກເຂົາເຖິງພື້ນ

ນີ້ແມ່ນວິທີສະແດງຄວາມເຄົາລົບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)