lo_tn/gen/42/01.md

2.0 KiB

ເມື່ອຢາໂຄບຮູ້ວ່າ

ຄຳວ່າ "ດຽວນີ້" ຫມາຍເຖິງພາກສ່ວນໃຫມ່ຂອງເລື່ອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-newevent)

ພວກເຈົ້າ​ພາກັນ​ຢູ່​ລ້າໆ ​ເຮັດ​ຫຍັງ?

ຢາໂຄບໃຊ້ຄຳຖາມເພື່ອກ່າວຫາລູກຊາຍຂອງລາວ ທີ່ບໍ່ໄດ້ເຮັດຫຍັງກ່ຽວກັບເມັດພືດ. ອາດແປໄດ້ອີກວ່າ: "ຢ່ານັ່ງຢູ່ນີ້ລ້າໆ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຈົ່ງລົງໄປ​ທີ່​ນັ້ນ....ໄດ້ລົງ​ໄປ​

ມັນເປັນເລື່ອງທຳມະດາທີ່ຈະເວົ້າເຖິງການເດີນທາງ ຈາກການາອານໄປຫາເອຢີບວ່າເປັນການ "ລົງໄປ”.

ຈາກເອຢິບ

ໃນນີ້ຄຳວ່າ “ເອຢີບ” ຫມາຍເຖິງຄົນຂາຍເມັດເຂົ້າ. ອາດແປໄດ້ອີກວ່າ: "ຈາກຜູ້ທີ່ຂາຍເມັດເຂົ້າໃນປະເທດເອຢິບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເບັນຢາມິນ​,ນ້ອງຊາຍ​ຂອງ​ໂຢເຊັບນັ້ນ, ຢາໂຄບບໍ່ໄດ້ສົ່ງ​ໄປ

ເບັນຢາມິນ ແລະໂຢເຊັບມີພໍ່ ແລະ ແມ່ຄົນດຽວກັນ. ຢາໂຄບບໍ່ຕ້ອງການສ່ຽງທີ່ຈະສົ່ງລູກຊາຍຄົນສຸດທ້າຍຂອງຣາເຊັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)