lo_tn/gen/41/55.md

2.7 KiB

ເມື່ອເກີດການອຶດຢາກຂຶ້ນທົ່ວທັງແຜ່ນດິນເອຢິບ

ໃນນີ້ຄຳວ່າ "ດິນແດນ" ຫມາຍເຖິງປະຊາຊົນ. ອາດແປໄດ້ອີກວ່າ: "ເມື່ອຊາວເອຢີບທຸກຄົນຫິວໂຫຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ການອຶດຢາກ​ອາຫານໄດ້ເກີດຂຶ້ນທົ່ວທັງແຜ່ນດິນ

ຄຳວ່າ “ໃບຫນ້າ" ຫມາຍເຖິງຫນ້າດິນ. ອາດແປໄດ້ອີກວ່າ: "ຄວາມອຶດຢາກໄດ້ແຜ່ລາມໄປທົ່ວແຜ່ນດິນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ໂຢເຊັບ​ໄດ້​ໄຂ​ສາງ​ເຂົ້າ​ທັງ​ຫມົດ ແລະ​ຂາຍ​ອາຫານໃຫ້​ແກ່​ປະຊາຊົນເອ​ອີຢິບ

ໃນນີ້ຄຳວ່າ "ໂຢເຊັບ" ຫມາຍເຖິງຜູ້ຮັບໃຊ້ຂອງໂຢເຊັບ. ອາດແປໄດ້ອີກວ່າ: "ໂຢເຊັບໄດ້ໃຫ້ຜູ້ຮັບໃຊ້ຂອງລາວເປີດສາງທັງຫມົດ ແລະ ຂາຍເມັດເຂົ້າແກ່ຊາວເອຢີບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ປະຊາຊົນ​ຈາກ​ທົ່ວທັງແຜ່ນດິນ​ໄດ້​​ມາ​ຍັງ​ອີຢິບ

ຢູ່ທີ່ນີ້ຄຳວ່າ "ທົ່ວທັງແຜ່ນດິນໂລກ" ຫມາຍເຖິງປະຊາຊົນຈາກທຸກພາກພື້ນ. ອາດແປໄດ້ອີກວ່າ: "ຜູ້ຄົນກຳລັງເດີນທາງມາປະເທດເອຢິບຈາກທຸກຂົງເຂດອ້ອມຂ້າງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຈາກ​ທົ່ວທັງແຜ່ນດິນ

"ທົ່ວແຜ່ນດິນ." ມັນເປັນໄປໄດ້ວ່າບັນດາຄູ່ການຄ້າທີ່ແຕກຕ່າງກັນ ແລະ ປະເທດຕ່າງໆໄດ້ເປັນສ່ວນຫນຶ່ງຂອງເສັ້ນທາງ ການຄ້າຂາຍກັບເອຢີບ ທີ່ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງໄດ້ມາຮອດປະເທດເອຢີບ ເພື່ອຊື້ເມັດເຂົ້າ.