lo_tn/gen/41/50.md

3.4 KiB

ກ່ອນທີ່​ປີ​ແຫ່ງ​ການ​ອຶດຢາກ​ຈະ​ມາ​ເຖິງ

ປະໂຫຍກນີ້ເວົ້າກ່ຽວກັບປີຄືກັບວ່າພວກມັນເດີນທາງ ແລະ ມາຮອດສະຖານທີ່ໃດຫນຶ່ງ. ອາດແປໄດ້ອີກວ່າ: "ກ່ອນເຈັດປີຂອງຄວາມອຶດຢາກເລີ່ມຕົ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ອາເສນາດ

"ອາເສນາດ" ແມ່ນຊື່ຂອງຜູ້ຍິງທີ່ຟາໂຣມອບໃຫ້ເປັນເມຍຂອງໂຢເຊັບ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 41:44. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ລູກສາວຂອງ​​ໂປຕີເຟຣາ

"ໂປຕີເຟຣາ" ແມ່ນພໍ່ຂອງອາເສນາດ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 41:44. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ປະໂລຫິດ ເມືອງ​ໂອນ

ໂອນແມ່ນເມືອງຫນຶ່ງຊື່ວ່າເຮລີໂອໂປລິດ, ເຊິ່ງແມ່ນ "ເມືອງແຫ່ງດວງຕາເວັນ" ແລະເປັນສູນກາງຂອງການນະມັດສະການ ພະເຈົ້າແສງຕາເວັນ ພະເຈົ້າຣາ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 41:44. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ມານາເຊ

ຜູ້ແປພາສາອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ "ຊື່ 'ມານາເຊ' 'ຫມາຍຄວາມວ່າ 'ເຮັດໃຫ້ລືມ.'"

ຄົວເຮືອນທັງຫມົດຂອງພໍ່ຂ້ອຍ

ນີ້ຫມາຍເຖິງຢາໂຄບພໍ່ຂອງໂຢເຊັບ ແລະ ຄອບຄົວຂອງລາວ.

ເອຟຣາອິມ

ຜູ້ແປພາສາອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ "ຊື່ 'ເອຟຣາອິມ' ຫມາຍຄວາມວ່າ 'ໃຫ້ເກີດຫມາກຜົນ' ຫລື 'ໃຫ້ມີລູກ.'

ໃຫ້​ຂ້ອຍມີຫມາກ​ຜົນ

ໃນນີ້ຄຳວ່າ “ມີຫມາກຜົນ” ຫມາຍຄວາມວ່າຈະເລີນຮຸ່ງເຮືອງຫລື ມີລູກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ໃນ​ດິນແດນແຫ່ງ ​ຄວາມ​ຍາກລຳບາກຂອງຂ້ອຍ

ຄຳນາມທີ່ບໍ່ມີຕົວຕົນ "ຄວາມທຸກຍາກລຳບາກ" ສາມາດເວົ້າໄດ້ວ່າ "ຂ້ອຍໄດ້ຮັບຄວາມທຸກຍາກລຳບາກ." ອາດແປໄດ້ອີກວ່າ: "ໃນແຜ່ນດິນນີ້ທີ່ຂ້ອຍໄດ້ປະສົບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)