lo_tn/gen/41/44.md

4.1 KiB

ເຮົາ​ຄືຟາໂຣ, ແລະ​ທົ່ວທັງແຜ່ນດິນ​ເອຢິບ​ນີ້, ບໍ່ມີໃຜ​ທີ່ຈະຍົກມື

ຟາໂຣໄດ້ເນັ້ນຫນັກເຖິງອໍານາດຂອງຕົນ. ອາດແປໄດ້ອີກວ່າ: "ໃນຖານະເປັນຟາໂຣ, ຂ້າພະເຈົ້າສັ່ງວ່ານອກຈາກທ່ານ"

ທົ່ວທັງແຜ່ນດິນເອຢິບ​ນີ້, ບໍ່ມີໃຜ​ທີ່ຈະຍົກມື ຫລືຍົກຕີນຂອງ​ເຂົາໄດ້​ ນອກຈາກເຈົ້າຈະອະນຸຍາດ​

ໃນນີ້ຄຳວ່າ “ມື” ແລະ “ຕີນ” ຫມາຍເຖິງການກະທຳຂອງບຸກຄົນ. ອາດແປໄດ້ອີກວ່າ: "ບໍ່ມີໃຜໃນເອຢີບຈະເຮັດຫຍັງເລີຍ ໂດຍບໍ່ໄດ້ຮັບອະນຸຍາດຈາກທ່ານ" ຫລື "ທຸກໆ ຄົນໃນເອຢີບຕ້ອງຂໍອະນຸຍາດຈາກທ່ານກ່ອນ ທີ່ພວກເຂົາຈະເຮັດຫຍັງກໍຕາມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ບໍ່ມີໃຜ​

ໃນນີ້ຄຳວ່າ "ຜູ້ຊາຍ" ຫມາຍເຖິງບຸກຄົນທົ່ວໄປບໍ່ວ່າຈະເປັນຍິງ ແລະ ຊາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-gendernotations)

ຊາເຟນາດປາເນອາ

ຜູ້ແປອາດຈະເພີ່ມຄວາມຫມາຍດັ່ງຕໍ່ໄປນີ້: ຊື່ ຊາເຟນາດປາເນອາ ຫມາຍຄວາມວ່າ "ຜູ້ເປີດເຜີຍຄວາມລັບ". (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ພະອົງປະທານນາງ​ອາເສນາດ​ລູກສາວ​ຂອງ​ໂປຕີເຟຣາ, ປະໂລຫິດ​ຂອງ​ເມືອງ​ໂອນ ​ເປັນ​ເມຍ​ຂອງເຂົາ

ປະໂລຫິດໃນປະເທດເອຢິບແມ່ນຄົນຊັ້ນສູງ ແລະ ມີສິດທິພິເສດທີ່ສຸດ. ການແຕ່ງດອງນີ້ສະແດງເຖິງສະຖານະແຫ່ງກຽດຕິຍົດ ແລະ ສິດທິພິເສດຂອງໂຢເຊັບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)

ປະທານນາງ​ອາເສນາດ​

"ນາງອາເສນາດ" ແມ່ນຊື່ຂອງຜູ້ຍິງທີ່ຟາໂຣມອບໃຫ້ໂຢເຊັບໃຫ້ເປັນເມຍຂອງລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ລູກສາວ​ຂອງ​ໂປຕີເຟຣາ

"ໂປຕີເຟຣາ" ແມ່ນພໍ່ຂອງອາເສນາດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ປະໂລຫິດ​ຂອງ​ເມືອງ​ໂອນ

ໂອນແມ່ນເມືອງຫນຶ່ງຊື່ວ່າເຮລີໂອໂປລິດ, ເຊິ່ງແມ່ນ "ເມືອງແຫ່ງດວງຕາເວັນ" ແລະເປັນສູນກາງຂອງການນະມັດສະການ ພະເຈົ້າແສງຕາເວັນ ພະເຈົ້າຣາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ໂຢເຊັບໄດ້ອອກໄປທົ່ວແຜ່ນດິນເອຢິບ

ໂຢເຊັບໄດ້ເດີນທາງໄປທົ່ວແຜ່ນດິນເພື່ອຊີ້ນຳການກະກຽມ ສຳລັບຄວາມແຫ້ງແລ້ງທີ່ກຳລັງຈະມາເຖິງ.