lo_tn/gen/41/42.md

3.1 KiB

ຟາໂຣໄດ້​ຖອດ​ແຫວນ​ແຫ່ງ​ອຳນາດ ... ​​ສວມສ້ອຍ​ທອງຄຳ​ຄ້ອງ​ຄໍ​ຂອງເຂົາ

ທຸກໆການກະທຳ ເຫລົ່ານີ້ເປັນສັນຍາລັກວ່າຟາໂຣ ກຳລັງໃຫ້ສິດອຳນາດແກ່ໂຢເຊັບ ໂດຍການເຮັດຕາມທຸກຢ່າງທີ່ໂຢເຊັບໄດ້ວາງແຜນ. (ເບິ່ງ​​​​ເພີ່ມເຕີມ: rc://*/ta/man/translate/translate-symaction)

ແຫວນ​ແຫ່ງ​ອຳນາດ​

ແຫວນນີ້ໄດ້ປະທັບຕາຂອງຟາໂຣໃສ່ເທິງມັນ. ສິ່ງດັ່ງກ່າວໄດ້ມອບສິດອຳນາດ ແລະ ຊັບສິນທີ່ຈຳເປັນໃຫ້ໂຢເຊັບ ເພື່ອປະຕິບັດແຜນການຂອງລາວ.

ເສື້ອຜ້າເລນິນ​ຢ່າງດີ

"ຜ້າເລນິນ" ແມ່ນຜ້າທີ່ເນື້ອລະອຽດ ແລະ ແຂງແຮງທີ່ຜະລິດຈາກໂຮງງານດອກໄມ້ບານສີຟ້າ (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)

ພະ​ອົງໄດ້ຊົງໃຫ້​ເຂົາໃຊ້​​ລົດ​ມ້າ​ຄັນ​ທີສອງ​ທີ່​ພະອົງຊົງເປັນເຈົ້າຂອງ

ການກະທຳດັ່ງກ່າວເຮັດໃຫ້ປະຊາຊົນເຫັນໄດ້ວ່າໂຢເຊັບເປັນຮອງອັນດັບສອງຈາກກະສັດຟາໂຣ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)

ຈົ່ງຄຸກເຂົ່າລົງ

"ກົ້ມຂາບ ແລະ ໃຫ້ກຽດແກ່ໂຢເຊັບ." ການຄຸເຂົ່າ ແລະ ກົ້ມຂາບລົງແມ່ນສັນຍານຂອງການໃຫ້ກຽດຕິຍົດ ແລະ ຄວາມເຄົາລົບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-symaction)

ຟາໂຣໄດ້ຕັ້ງ​ເຂົາໄວ້ເຫນືອແຜ່ນດິນ​​ເອຢິບທັງຫມົດ

ປະໂຫຍກທີ່ວ່າ "ເຮັດໃຫ້ເຈົ້າປົກຄອງ" ຫມາຍເຖິງການໃຫ້ສິດອຳນາດ. ໃນນີ້ “ແຜ່ນດິນ” ຫມາຍເຖິງປະຊາຊົນ. ເບິ່ງເພີ່ມເຕີມວິທີທີ່ທ່ານແປວະລີທີ່ຄ້າຍຄືກັນນີ້ໃນ 41:39. ອາດແປໄດ້ອີກວ່າ: "ເຮົາແຕ່ງຕັ້ງເຈົ້າໃຫ້ຮັບຜິດຊອບທຸກໆຄົນໃນເອຢີບ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-metonymy]])