lo_tn/gen/41/39.md

3.3 KiB

ບໍ່ມີ​ຜູ້ໃດ​ທີ່​ມີຄວາມເຂົ້າໃຈ

"ບໍ່ມີໃຜອີກທີ່ມີຄວາມສາມາດໃນການຕັດສິນໃຈ." ເບິ່ງເພີ່ມເຕີມວິທີທີ່ທ່ານແປ "ຄວາມເຂົ້າໃຈ" ໃນຂໍ້ 41:33.

ເຈົ້າ​ຈະດູແລຣາຊສຳນັກ​ຂອງ​ເຮົາ

ໃນນີ້ຄຳວ່າ "ຣາຊສຳນັກ" ຫມາຍເຖິງຕໍ່ຫນ້າພະລາຊະວັງຂອງຟາໂຣ ແລະ ຜູ້ຄົນໃນພະຣາຊະວັງ. ວະລີທີ່ວ່າ "ຈະສິ້ນສຸດລົງ" ຫມາຍຄວາມວ່າໂຈເຊັບຈະມີສິດອໍານາດ. ອາດແປໄດ້ອີກວ່າ: "ເຈົ້າຈະຮັບຜິດຊອບຕໍ່ທຸກໆຄົນໃນຣາຊສຳນັກຂອງເຮົາ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-idiom]])

ປະຊາຊົນ​​ຂອງເຮົາທັງຫມົດ​ຈະ​ຖືກປົກຄອງ​ດ້ວຍ​​ຄຳເວົ້າ​ຂອງ​ເຈົ້າ

ໃນນີ້ຄຳວ່າ “ຄຳເວົ້າ” ຫມາຍເຖິງຄຳສັ່ງ ຫລື ສິ່ງທີ່ເວົ້າ. ນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ເຈົ້າຈະປົກຄອງປະຊາຊົນຂອງເຮົາ ແລະ ພວກເຂົາຈະເຮັດໃນສິ່ງທີ່ທ່ານສັ່ງ" (ເບິ່ງ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-activepassive]])

ສະເພາ​ະບັນລັງ​ນີ້ເທົ່ານັ້ນ

ໃນນີ້ຄຳວ່າ “ບັນລັງ” ຫມາຍເຖິງການປົກຄອງຂອງກະສັດຟາໂຣ. ອາດແປໄດ້ອີກວ່າ: "ພຽງແຕ່ໃນບົດບາດຂອງຂ້ອຍໃນຖານະເປັນກະສັດເທົ່ານັ້ນ"

ເບິ່ງເຖີດ, ເຮົາ​ໄດ້ຕັ້ງ​ເຈົ້າ

ຄຳວ່າ "ເບິ່ງເຖີດ" ເພີ່ມຄວາມສຳຄັນກັບສິ່ງທີ່ຟາໂຣກ່າວຕໍ່ໄປ. ອາດແປໄດ້ອີກວ່າ: "ເບິ່ງເຖີດ, ເຮົາໄດ້ແຕ່ງຕັ້ງເຈົ້າ"

ເຮົາ​ໄດ້ຕັ້ງ​ເຈົ້າ​ໄວ້ເຫນືອແຜ່ນດ​ິນເອຢິບ

ປະໂຫຍກທີ່ວ່າ "ແຕ່ງຕັ້ງໃຫ້ເຈົ້າປົກຄອງ" ຫມາຍເຖິງການໃຫ້ສິດອຳນາດ. ໃນນີ້ “ແຜ່ນດິນ” ຫມາຍເຖິງປະຊາຊົນ. ອາດແປໄດ້ອີກວ່າ: "ເຮົາແຕ່ງຕັ້ງເຈົ້າໃຫ້ຮັບຜິດຊອບທຸກໆຄົນໃນເອຢີບ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-metonymy]])