lo_tn/gen/41/35.md

3.0 KiB

ຂໍ້ມູນທົ່ວໄປ:

ໂຢບເຊັບສືບຕໍ່ໃຫ້ຄຳປຶກສາແກ່ຟາໂຣ

ໃຫ້​ພວກເຂົາ​ເກັບຮວບຮວມ

"ໃຫ້​ພວກເຂົາ​ເກັບຮວບຮວມ​"

​ທັງຫມົດ​ຂອງ​ປີ​ທີ່ອຸດົມສົມບູນ​ທີ່​ກຳລັງ​ມາ

ປະໂຫຍກນີ້ເວົ້າເຖິງປີຄືກັບວ່າພວກມັນເປັນ ຄືການເດີນທາງໄປຮອດສະຖານທີ່ໃດຫນຶ່ງ. ອາດແປໄດ້ອີກວ່າ: "ໃນຊ່ວງປີທີ່ດີເຊິ່ງຈະເກີດຂື້ນໃນໄວໆນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເກັບເຂົ້າດ້ວຍອຳນາດຟາໂຣ

ວະລີທີ່ວ່າ "ຢູ່ໃຕ້ອຳນາດຂອງຟາໂຣ" ຫມາຍຄວາມວ່າຟາໂຣໃຫ້ສິດອຳນາດແກ່ພວກເຂົາ. ອາດແປໄດ້ອີກວ່າ: "ໃຊ້ສິດອຳນາດຂອງຟາໂຣເພື່ອເກັບຮວບຮວມເມັດເຂົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພວກເຂົາຕ້ອງດູແລ​ຮັກສາ​ໄວ້

ເກັບຮວບຮວມເມັດເຂົ້າໄວ້ໃນໄລຍະເວລາ ທີ່ມີອາຫານຫນ້ອຍ. ອາດແປໄດ້ອີກວ່າ: "ຜູ້ຮັບຜິດຊອບດູແລ ຕັ້ງໃຫ້ທະຫານເຝົ້າຍາມເມັດເຂົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ອາຫານ​ເຫລົ່ານີ້ຈະຖືກໃຊ້​ສຳລັບ​ແຜ່ນ​ດິນ

ໃນນີ້ຄຳວ່າ “ແຜ່ນດິນ” ຫມາຍເຖິງປະຊາຊົນ. ອາດແປໄດ້ອີກວ່າ: "ອາຫານນີ້ແມ່ນເພື່ອປະຊາຊົນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໂດຍ​ວິທີການ​ນີ້​ແຜ່ນດິນ ຈະ​ບໍ່​ຖືກທຳລາຍລ້າງດ້ວຍການອຶດຢາກອາຫານ​

ທີ່ນີ້ "ແຜ່ນດິນ" ຫມາຍເຖິງປະຊາຊົນ. ນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ໂດຍວິທີນີ້ປະຊາຊົນຈະບໍ່ອຶດຫິວໃນໄລຍະເວລາແຫ່ງຄວາມອຶດຢາກ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-activepassive]])