lo_tn/gen/41/33.md

2.7 KiB

ຂໍ້ມູນທົ່ວໄປ:

ໂຢບເຊັບສືບຕໍ່ໃຫ້ຄຳແນະນຳທາງອອກແກ່ຟາໂຣ.

ບັດນີ້

ປະໂຫຍກນີ້ບໍ່ໄດ້ຫມາຍຄວາມວ່າ "ໃນເວລານີ້," ແຕ່ຖືກໃຊ້ເພື່ອດຶງດູດຄວາມສົນໃຈຕໍ່ຈຸສຳຄັນທີ່ຕິດຕາມມາ.

ຂໍໃຫ້ຟາໂຣ

ໂຢເຊັບເວົ້າກັບຟາໂຣເປັນບຸກຄົນທີສາມ. ນີ້ແມ່ນວິທີການສະແດງຄວາມເຄົາລົບ. ມັນສາມາດຖືກກ່າວເຖິງໃນບຸກຄົນທີສອງ. ອາດແປໄດ້ອີກວ່າ: "ທ່ານ, ຟາໂຣ, ເຫັນຄວນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ໃຫ້ພະອົງ​ແຕ່ງຕັ້ງ​ຜູ້ປົກຄອງ​​ເຫນືອແຜ່ນດິນ

ວະລີທີ່ວ່າ “ແຕ່ງຕັ້ງ” ຫມາຍຄວາມວ່າຈະມອບສິດອຳນາດໃຫ້ຜູ້ໃດຜູ້ຫນຶ່ງ. ອາດແປໄດ້ອີກວ່າ: "ມອບສິດອຳນາດໃຫ້ລາວໃນທົ່ວອານາຈັກເອຢີບ" ຫລື "ແຕ່ງຕັ້ງລາວເປັນຜູ້ຮັບຜິດຊອບອານາຈັກເອຢິບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

​​ເຫນືອແຜ່ນດິນເອຢິບ

ໃນນີ້ຄຳວ່າ “ແຜ່ນດິນ” ແມ່ນຫມາຍເຖິງປະຊາຊົນ ແລະ ທຸກສິ່ງທຸກຢ່າງໃນເອຢິບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໃຫ້ພວກເຂົາ​ເກັບ​ພືດຜົນຂອງເອຢິບ​ຫນຶ່ງ​ໃນ​ຫ້າສ່ວນ

ຄຳວ່າ “ຫ້າ” ແມ່ນອັດຕາສັດສ່ວນຫນຶ່ງ. ອາດແປໄດ້ອີກວ່າ: "ໃຫ້ພວກເຂົາແບ່ງຜົນລະປູກຂອງປະເທດເອຢິບ ອອກເປັນຫ້າພາກສ່ວນເທົ່າກັນ, ຈາກນັ້ນເອົາພາກສ່ວນຫນຶ່ງສ່ວນມາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-fraction)

ໃນເຈັດປີທີ່ອຸດົມສົມບູນ

"ໃນໄລຍະເຈັດປີທີ່ມີອາຫານພຽງພໍ"