lo_tn/gen/41/30.md

4.1 KiB

ຂໍ້ມູນທົ່ວໄປ:

ໂຢເຊັບສືບຕໍ່ແກ້ຄວາມຝັນຂອງກະສັດຟາໂຣ.

ເຈັດປີແຫ່ງການອຶດຢາກ​ອາຫານຈະຕາມມາ

ປະໂຫຍກນີ້ເວົ້າກ່ຽວກັບຄວາມອຶດຢາກເຈັດປີ ຄືກັບເວລາເດີນທາງທີ່ໄປຮອດສະຖານທີ່ໃດຫນຶ່ງ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນຈະມີເຈັດປີທີ່ມີອາຫານຫນ້ອຍຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄວາມ​ອຸດົມ​ສົມບູນ​ທີ່ຜ່ານມາໃນ​ແຜ່ນດິດເອຢິບ​ຈະ​ຖືກ​ລຶບ​ໄປ, ແລະຄວາມອຶດຢາກ​ຈະ​ທຳລາຍ​ແຜ່ນດິນນັ້ນ. ຄວາມ​ອຸດົມ​ສົມບູນ​ໃນແຜ່ນດິນຈະບໍ່​ຖືກ​ຈົດຈຳ, ເພາະ​ຄວາມ​ອຶດຢາກ​ອາຫານທີ່​ຕິດ​ຕາມ​ມາ​ນັ້ນ ຮ້າຍແຮງ​ຢ່າງແສນສາຫັດ

ໂຢເຊັບສະແດງຄວາມຄິດໃນສອງວິທີເພື່ອເນັ້ນຫນັກເຖິງ ຄວາມສຳຄັນຂອງມັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຄວາມ​ອຸດົມ​ສົມບູນ​ໃນແຜ່ນດິນຈະບໍ່​ຖືກ​ຈົດຈຳ

ປະໂຫຍກນີ້ “ແຜ່ນດິນ” ຫມາຍເຖິງປະຊາຊົນ. ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ປະຊາຊົນຊາວເອຢີບຈະລືມປີທີ່ມີອາຫານພຽງພໍນັ້ນເສຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-activepassive]])

ຈະ​ທຳລາຍ​ແຜ່ນດິນນັ້ນ

ໃນນີ້ “ແຜ່ນດິນ” ຫມາຍເຖິງທີ່ດິນ, ປະຊາຊົນ, ແລະທົ່ວປະເທດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເພາະ​ຄວາມ​ອຶດຢາກ​ອາຫານທີ່​ຕິດ​ຕາມ​ມາ​ນັ້ນ

ປະໂຫຍກນີ້ເວົ້າກ່ຽວກັບຄວາມອຶດຢາກເຈັດປີ ຄືກັບເວລາເດີນທາງທີ່ໄປຮອດສະຖານທີ່ໃດຫນຶ່ງ ແລະ ສິ່ງທີ່ຕິດຕາມມາພາຍຫລັງ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນຈະມີເຈັດປີທີ່ມີອາຫານຫນ້ອຍຫລາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຟາໂຣໄດ້ຝັນ​ຊ້ຳເພາະວ່າ ​ພຣະເຈົ້າຈະເປັນຜູ້ຊົງ​ເຮັດໃຫ້ເກີດ​ຂຶ້ນ, ແລະ​ພຣະເຈົ້າ​ຈະ​ຊົງເຮັດໃຫ້​ເກີດຂຶ້ນ​ໃນ​​ໃກ້ໆ​ນີ້.

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ພຣະເຈົ້າໄດ້ໃຫ້ຄວາມຝັນແກ່ທ່ານທັງສອງຢ່າງ ເພື່ອສະແດງໃຫ້ທ່ານຮູ້ວ່າພຣະອົງ ຈະເຮັດໃຫ້ສິ່ງເຫລົ່ານີ້ເກີດຂຶ້ນຢ່າງແນ່ນອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)