lo_tn/gen/41/27.md

3.0 KiB

ຂໍ້ມູນທົ່ວໄປ:

ໂຢເຊັບສືບຕໍ່ແກ້ຄວາມຝັນຂອງຟາໂຣ

ແມ່ງົວ​ທີ່​ຈ່ອຍຜອມ ​ແລະ​ບໍ່ຫນ້າເບິ່ງ

"ງົວ​ທີ່​ຈ່ອຍຜອມ ​ແລະອ່ອນແອ." ເບິ່ງເພີ່ມເຕີມວິທີທີ່ທ່ານແປວະລີທີ່ຄ້າຍຄືກັນນີ້ໃນ 41:1.

ຮວງເຂົ້າ​ເມັດລີບ​ໄຫມ້ກຽມດ້ວຍລົມ​ຕາເວັນອອກ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບທີ່ຫ້າວຫັນ. ອາດຈະແປໄດ້ອີກວ່າ: "ເມັດເຂົ້າເຈັດຫນ່ວຍ ບາງໆຖືກລອກອອກຍ້ອນລົມທີ່ຮ້ອນຈາກທິດຕາເວັນອອກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ນັ້ນຄືສິ່ງທີ່​​ຂ້ານ້ອຍໄດ້ທູນຕໍ່ຟາໂຣ​ເຖິງສິ່ງທີ່ ... ​ໄດ້ຊົງເປີດ​ເຜີຍຕໍ່ຟາໂຣ

ໂຢເຊັບເວົ້າກັບຟາໂຣເປັນບຸກຄົນທີສາມ. ນີ້ແມ່ນວິທີການສະແດງຄວາມເຄົາລົບ. ມັນສາມາດຖືກກ່າວເຖິງເປັນບຸກຄົນທີສອງ. ອາດແປໄດ້ອີກວ່າ: "ເຫດການເຫລົ່ານີ້ຈະເກີດຂື້ນຕາມດັ່ງທີ່ຂ້ານ້ອຍໄດ້ບອກທ່ານ ... ໄດ້ເປີດເຜີຍແກ່ທ່ານ, ກະສັດຟາໂຣ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ພຣະອົງ​ໄດ້ຊົງເປີດ​ເຜີຍ

"ພຣະອົງ​ໄດ້ຊົງເປີດ​ເຜີຍ"

ຈົ່ງລະວັງ

ນີ້ແມ່ນໃຊ້ເພື່ອເນັ້ນຫນັກເຖິງສິ່ງທີ່ໂຢເຊັບເວົ້າຕໍ່ໄປ. ອາດແປໄດ້ອີກວ່າ: "ເອົາໃຈໃສ່ກັບສິ່ງທີ່ຂ້ອຍກຳລັງເວົ້າ"

ເຈັດປີແຫ່ງຄວາມອຸດົມສົມບູນທີ່ຍິ່ງໃຫຍ່ຈະເກີດຂຶ້ນ​ທົ່ວແຜ່ນດິນເ​ອຢິບ.

ປະໂຫຍກນີ້ເວົ້າເຖິງປີທີ່ອຸດົມສົມບູນຄືກັບເວລາເດີນທາງທີ່ໄປຮອດສະຖານທີ່ໃດຫນຶ່ງ. ອາດແປໄດ້ອີກວ່າ: "ມັນຈະມີເຈັດປີທີ່ຈະມີອາຫານພຽງພໍໃນທົ່ວປະເທດເອຢິບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)