lo_tn/gen/41/22.md

4.2 KiB

ຂໍ້ມູນທົ່ວໄປ:

ຟາໂຣສືບຕໍ່ບອກຄວາມຝັນແກ່ໂຢເຊັບ.

ເຮົາ​ໄດ້​ຝັນເຫັນ

ປະໂຫຍກນີ້ເປັນການເລີ່ມຕົ້ນເລົ່າຄວາມຝັນຄັ້ງຕໍ່ໄປຂອງຟາໂຣ ຫລັງຈາກທີ່ລາວໄດ້ຕື່ນຂຶ້ນ ແລະ ກັບໄປນອນອີກຄັ້ງ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນເຮົາກໍ່ຝັນອີກຄັ້ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເບິ່ງເຖີດ, ມີ​ຮວງເຂົ້າ​​ເຈັດ​ຮວງ

ຟາໂຣໃຊ້ຄຳວ່າ “ເບິ່ງເຖີດ” ເພື່ອເຮັດໃຫ້ໂຢເຊັບເອົາໃຈໃສ່ກັບຂໍ້ມູນທີ່ ຫນ້າປະຫລາດໃຈ.

ຮວງເຂົ້າ​​ເຈັດ​ຮວງ

ຄຳວ່າ “ເມັດເຂົ້າ” ເປັນທີ່ເຂົ້າໃຈໄດ້. ອາດແປໄດ້ອີກວ່າ: "ເຈັດຮວງເຂົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ອອກມາ​ຈາກ​ຕົ້ນ​ເຂົ້າຕົ້ນຫນຶ່ງ

"ເຕີບໃຫຍ່ຢູ່ໃນລຳດຽວ." ຕົ້ນເຂົ້າແມ່ນເປັນສ່ວນທີ່ຫນາ ຫລືສ່ວນທີ່ສູງຂອງຕົ້ນໄມ້. ເບິ່ງເພີ່ມເຕີມວິທີທີ່ທ່ານແປວະລີທີ່ຄ້າຍຄືກັນນີ້ໃນ 41:4.

ນີ້ເດ, ມີຮວງເຂົ້າອີກ​ເຈັດ​ຮວງ

ຟາໂຣໃຊ້ຄຳວ່າ “ເບິ່ງເຖີດ” ເພື່ອເຮັດໃຫ້ໂຢເຊັບເອົາໃຈໃສ່ກັບຂໍ້ມູນທີ່ຫນ້າປະຫລາດໃຈ.

ເມັດ​ເຂົ້າລີບ, ແລະ​ ຫ່ຽວແຫ້ງ​ເພາະ​ຖືກ​ລົມ​ຕາເວັນອອກ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ທີ່ມັນຫ່ຽວແຫ້ງ, ລີບ ແລະ ແຫ້ງຫ່ຽວ ຍ້ອນລົມຮ້ອນຈາກທາງທິດຕາເວັນອອກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຫ່ຽວແຫ້ງ​

"ຊຸດໂຊມ" ຫລື "ຍຸບ"

ລົມ​ຕາເວັນອອກ

ລົມຈາກທິດຕາເວັນອອກພັດມາຈາກທະເລຊາຍ. ຄວາມຮ້ອນຂອງລົມຕາເວັນອອກມັກຈະສົ່ງຜົນກະທົບຢ່າງຫນັກຕໍ່ຜົນລະປູກ.

ງອກຂື້ນ

"ເຕີບໃຫຍ່ຂື້ນ" ຫລື "ພັດທະນາ"

ຮວງເຂົ້າ​ເມັດລີບ​

ຄຳວ່າ “ເມັດເຂົ້າ” ເປັນທີ່ເຂົ້າໃຈໄດ້. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 41:7. ອາດແປໄດ້ອີກວ່າ: "ເມັດຫົວນ້ອຍລີບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)

ໄດ້​ກືນ​ກິນ​

"ໄດ້ກິນ." ຟາໂຣພວມຝັນວ່າເຂົ້າເມັດລີບສາມາດກິນເມັດເຂົ້າທີ່ເຕັມ ຄືກັນກັບຄົນຜູ້ຫນຶ່ງທີ່ກິນອາຫານ. ເບິ່ງເພີ່ມເຕີມວິທີທີ່ທ່ານແປວະລີທີ່ຄ້າຍຄືກັນຂໍ້ນີ້ໃນ 41:7

​ບໍ່ມີ​ໃຜ​ສາມາດ​ແກ້

"ບໍ່ມີຈັກຄົນທີ່ສາມາດ" ຫລື "ບໍ່ມີໃຜສາມາດ"