lo_tn/gen/41/12.md

3.9 KiB

ຂໍ້ມູນທົ່ວໄປ:

ຫົວຫນ້າພະນັກງານຖືຈອກເຫລົ້າອະງຸ່ນສືບຕໍ່ເວົ້າກັບຟາໂຣ.

ໄດ້ຢູ່​ກັບ​ພວກ​ຂ້ານ້ອຍ

"ຫົວຫນ້າພະນັກງານເຮັດເຂົ້າຈີ່ ແລະ ຂ້ານ້ອຍ"

ຜູ້ບັນຊາການຣາຊອົງຄະລັກ

ທະຫານທີ່ຮັບຜິດຊອບກອງຣາດຊະການ. ເບິ່ງເພີ່ມເຕີມວິທີທີ່ທ່ານແປສິ່ງນີ້ໃນ 40:1.

ພວກ​ຂ້ານ້ອຍ​ໄດ້​ບອກເຂົາ​ ແລະ​ເຂົາໄດ້​ແກ້​ຄວາມຝັນ​ໃຫ້

"ພວກຂ້ານ້ອຍໄດ້ບອກຄວາມຝັນຂອງພວກຂ້ານ້ອຍ ໃຫ້ລາວ ແລະ ລາວໄດ້ອະທິບາຍຄວາມຫມາຍຂອງພວກມັນ ກັບພວກຂ້ານ້ອຍ"

ເຂົາໄດ້​ແກ້​ຄວາມຝັນ​ໃຫ້​. ພວກ​ຂ້ານ້ອຍ​ແຕ່ລະຄົນໄດ້

ໃນນີ້ຄຳວ່າ “ຂອງເຂົາ” ຫມາຍເຖິງພະນັກງານຖືຈອກເຫລົ້າອະງຸ່ນ ແລະ ພະນັກງານເຮັດເຂົ້າຈີ່, ບໍ່ໄດ້ເປັນຜູ້ທີ່ແປຄວາມຫມາຍຂອງຄວາມຝັນ. ອາດແປໄດ້ອີກວ່າ: "ລາວໄດ້ອະທິບາຍສິ່ງທີ່ຈະເກີດຂື້ນກັບພວກເຮົາທັງສອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ແລະມັນກໍ​ເປັນ​ຢ່າງ​ນັ້ນ

ປະໂຫຍກນີ້ຖືກນຳໃຊ້ເພື່ອຫມາຍເຫດການສຳຄັນໃນເລື່ອງ. ຖ້າພາສາຂອງທ່ານມີຄຳສັບນີ້, ທ່ານສາມາດພິຈາລະນາໃຊ້ມັນຢູ່ບ່ອນນີ້.

ຕາມ​ທີ່​ເຂົາໄດ້​ເເກ້ຄວາມຝັນນັ້ນໃຫ້ພວກເຮົາ

"ສິ່ງໃດກໍຕາມທີ່ລາວອະທິບາຍກ່ຽວກັບຄວາມຝັນແມ່ນສິ່ງທີ່ເກີດຂື້ນໃນຕໍ່ມາ"

ຟາໂຣ ໄດ້ຄືນຕຳແຫນ່ງ​ໃຫ້​ຂ້ານ້ອຍ

ໃນນີ້ພະນັກງານຖືຈອກເຫລົ້າອະງຸ່ນໃຊ້ຕຳແຫນ່ງຂອງຟາໂລເພື່ອເວົ້າກັບພະອົງ ເຊິ່ງເປັນວິທີການໃຫ້ກຽດລາວ. ອາດແປໄດ້ອີກວ່າ: "ທ່ານໄດ້ອະນຸຍາດໃຫ້ຂ້ານ້ອຍກັບມາເຮັດວຽກຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ແຕ່ອີກຄົນຫນຶ່ງ

"ສ່ວນຫົວຫນ້າພະນັກງານເຮັດເຂົ້າຈີ່"

ເຂົາໄດ້ຖືກແຂວນຄໍ​

ໃນນີ້ຄຳວ່າ "ລາວ" ຫມາຍເຖິງຟາໂຣ. ແລະຫມາຍເຖິງທະຫານທີ່ກະສັດຟາໂຣສັ່ງໃຫ້ແຂວນຄໍຂອງຫົວຫນ້າພະນັກງານເຮັດເຂົ້າຈີ່. ອາດແປໄດ້ອີກວ່າ: "ທ່ານໄດ້ສັ່ງໃຫ້ທະຫານຂອງທ່ານແຂວນຄໍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-123person]] ແລະ [[rc:///ta/man/translate/figs-metonymy]])