lo_tn/gen/41/09.md

4.5 KiB

​ຫົວຫນ້າ​ພະນັກງານ​ຖວາຍຈອກສະເຫວີຍ

ຜູ້ທີ່ສຳຄັນທີ່ສຸດທີ່ເອົາເຄື່ອງດື່ມຖວາຍໃຫ້ກະສັດ. ເບິ່ງເພີ່ມເຕີມວິທີທີ່ທ່ານແປສິ່ງນີ້ໃນ 40:1.

ວັນນີ້ຂ້ານ້ອຍ​ໄດ້ຄິດເຖິງຄວາມຜິດຂອງຂ້ານ້ອຍ

ຄຳວ່າ "ວັນນີ້" ແມ່ນໃຊ້ເພື່ອເນັ້ນຫນັກ. "ຄວາມຜິດ" ຂອງລາວທີ່ລາວຄວນຈະບອກໃຫ້ກະສັດຟາໂຣກ່ອນຫນ້ານີ້, ແຕ່ລາວບໍ່ໄດ້ບອກ. ອາດແປໄດ້ອີກວ່າ: "ຂ້ານ້ອຍຫາກໍ່ຮູ້ວ່າຂ້ານ້ອຍລືມບອກທ່ານບາງສິ່ງບາງຢ່າງ"

ຟາໂຣໄດ້ຊົງ​ໃຈຮ້າຍ​

ພະນັກງານເຫລົ້າອະງຸ່ນແມ່ນກ່າວເຖິງຟາໂຣເປັນບຸກຄົນທີສາມ. ນີ້ແມ່ນວິທີການເວົ້າໂດຍທົ່ວໄປສຳລັບຜູ້ທີ່ມີອຳນາດຫນ້ອຍກວ່າ ເປັນການເວົ້າກັບຜູ້ທີ່ມີອຳນາດສູງກວ່າ. ອາດແປໄດ້ອີກວ່າ: "ກະສັດ, ຟາໂຣ, ໄດ້ໃຈຮ້າຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ພວກຄົນຮັບໃຊ້ຂອງພະອົງ

ໃນນີ້ຄຳວ່າ "ລາວ" ຫມາຍເຖິງຟາໂຣ. ໃນນີ້ “ຜູ້ຮັບໃຊ້” ຫມາຍ ເຖິງຫົວຫນ້າພະນັກງານຖືຈອກເຫລົ້າອະງຸ່ນ ແລະ ຫົວຫນ້າພະນັກງານເຮັດເຂົ້າຈີ່. ອາດແປໄດ້ອີກວ່າ: "ກັບພວກເຮົາ, ຄົນຮັບໃຊ້ຂອງທ່ານ" (ເບິ່ງ: rc://*/ta/man/translate/figs-123person)

ໄດ້ສັ່ງຂັງຂ້ານ້ອຍໃນບ້ານ​ຂອງ​ຜູ້ບັນຊາການ​ຜູ້ຮັກສາ​ຣາຊວັງ,ທັງຫົວຫນ້າ ພະນັກງານເຮັດເຂົ້າຈີ່, ແລະຂ້ານ້ອຍ

"ເອົາຫົວຫນ້າພະນັກງານເຮັດເຂົ້າຈີ່ ແລະ ຂ້ານ້ອຍເຂົ້າໄປໃນຄຸກບ່ອນທີ່ຫົວຫນ້າຄຸມໄດ້ຮັບຜິດຊອບ." ໃນນີ້ຄຳວ່າ “ເຮືອນຈຳ” ຫມາຍເຖິງຄຸກ.

​ຜູ້ບັນຊາການ​ຜູ້ຮັກສາ​ຣາຊວັງ

ທະຫານທີ່ຮັບຜິດຊອບກອງຣາດຊະການ. ເບິ່ງເພີ່ມເຕີມວິທີທີ່ທ່ານແປສິ່ງນີ້ໃນ 40:1.

ຫົວຫນ້າ ພະນັກງານເຮັດເຂົ້າຈີ່

ຜູ້ທີ່ສຳຄັນທີ່ສຸດທີ່ເຮັດເຂົ້າຈີ່ຖວາຍໃຫ້ກະສັດ. ເບິ່ງເພີ່ມເຕີມວິທີທີ່ທ່ານແປສິ່ງນີ້ໃນ 40:1.

ພວກ​ຂ້ານ້ອຍ​ທັງສອງ​ຕ່າງ​ກໍ​ຝັນ, ລາວ ແລະຂ້ານ້ອຍ

"ຄືນຫນຶ່ງພວກເຮົາທັງສອງເຄີຍຝັນ"

ພວກ​ຂ້ານ້ອຍ​ທັງສອງ​ຕ່າງ​ກໍ​ຝັນ

ໃນນີ້ຄຳວ່າ "ພວກຂ້ານ້ອຍ" ຫມາຍເຖິງຫົວຫນ້າພະນັກງານຖືຈອກເຫລົ້າອະງຸ່ນ ແລະ ຫົວຫນ້າພະນັກງານເຮັດເຂົ້າຈີ່.(ເບິ່ງພວກ​ຂ້ານ້ອຍ​ທັງສອງ​ຕ່າງ​ກໍ​ຝັນ: rc://*/ta/man/translate/figs-exclusive)

ພວກ​ຂ້ານ້ອຍ​ທັງສອງ​ຕ່າງ​ກໍ​ຝັນ, ໃນຄືນດຽວກັນຕ່າງຄົນຕ່າງຝັນ​ຕາມການແກ້ຄວາມຝັນຂອງເຂົາ.

"ຄວາມຝັນຂອງພວກຂ້ານ້ອຍມີຄວາມຫມາຍແຕກຕ່າງກັນ"