lo_tn/gen/41/01.md

2.9 KiB

ເຫດການນີ້ໄດ້ເກີດຂຶ້ນເມື່ອ

ວະລີນີ້ຖືກນຳໃຊ້ເພື່ອຫມາຍຈຸດເລີ່ມຕົ້ນຂອງພາກໃຫມ່ຂອງເລື່ອງ. ຖ້າພາສາຂອງທ່ານມີຄຳສັບທີ່ສາມາດບອກສິ່ງນີ້, ທ່ານສາມາດພິຈາລະນາໃຊ້ມັນຢູ່ບ່ອນນີ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-newevent)

ເມື່ອສີ້ນສຸດ​ສອງ​ປີ

ສອງປີຜ່ານໄປຫລັງຈາກໂຢເຊັບແກ້ຄວາມຝັນຢ່າງຖືກຕ້ອງຂອງພະນັກງານຖືກຈອກເຫລົ້າອະງຸ່ນ ແລະ ພະນັກງານເຮັດເຂົ້າຈີ່ຂອງກະສັດຟາໂຣ, ຜູ້ທີ່ໄດ້ຖືກຂັງຢູ່ໃນຄຸກກັບໂຢເຊັບ.

ເບິ່ງແມ, ພະອົງໄດ້ຊົງ​ຢືນ

ຄຳວ່າ "ຈົ່ງເບິ່ງ" ໃນນີ້ຫມາຍເຖິງການເລີ່ມຕົ້ນຂອງເຫດການອື່ນໃນບົດເລື່ອງ. ພາສາຂອງທ່ານອາດຈະມີຄຳສັບທີ່ສາມາດໃຊ້ໃນນີ້ໄດ້.

ພະອົງໄດ້ຊົງ​ຢືນ

"ກະສັດຟາໂຣກຳລັງ​ຢືນ"

ເບິ່ງແມ

"ທັນໃດນັ້ນ" ຄຳວ່າ "ເບິ່ງແມ" ໃນນີ້ສະແດງໃຫ້ເຫັນວ່າຟາໂຣປະຫລາດໃຈຫລາຍກັບສິ່ງທີ່ລາວໄດ້ເຫັນ.

ຫນ້າເບິ່ງ, ແລະ ອ້ວນພີ

"ແຂງແຮງ ແລະ ຕຸ້ຍພີ"

​ກິນ​ຫຍ້າ​ທ່າມກາງ​ຕົ້ນກົກ

"ກຳລັງກິນຫຍ້າຢູ່ແຄມແມ່ນໍ້າ"

ຕົ້ນກົກ

ເປັນຫຍ້າທີ່ສູງ ແລະ ບາງທີ່ເຕີບໃຫຍ່ບ່ອນພື້ນທີ່ປຽກຊຸ່ມ

ເບິ່ງແມ, ແລະມີແມ່ງົວອີກເຈັດໂຕ

ຄຳວ່າ "ເບິ່ງແມ" ໃນນີ້ສະແດງໃຫ້ເຫັນວ່າຟາໂຣໄດ້ປະຫລາດໃຈອີກຄັ້ງກັບສິ່ງທີ່ລາວໄດ້ເຫັນ.

ຫນ້າລັງກຽດ ແລະຈ່ອຍຜອມ

"ອ່ອນແອ ແລະ ຈ່ອຍຜອມ"

ເ​ທິງຝັ່ງແມ່ນ້ຳ

"ຂ້າງແມ່ນໍ້າ" ຫລື "ແຄມແມ່ນໍ້າ." ນີ້ແມ່ນພື້ນທີ່ສູງກວ່າແຄມແມ່ນໍ້າ.