lo_tn/gen/40/20.md

3.7 KiB

ແລ້ວນີ້ກໍໄດ້ເກີດຂຶ້ນໃນວັນທີສາມ

"ຫລັງຈາກນັ້ນ, ໃນມື້ທີສາມ." ປະໂຫຍກທີ່ວ່າ "ກໍໄດ້ເກີດຂື້ນ" ຖືກໃຊ້ຢູ່ນີ້ເພື່ອຫມາຍເຫດການໃຫມ່ໃນເລື່ອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-newevent)

ພະອົງໄດ້​ຊົງຈັດ​ງານກິນລ້ຽງ

"ພະອົງໄດ້​ຊົງຈັດ​ງານກິນລ້ຽງ"

ຫົວຫນ້າເຈົ້າ​ພະນັກງານ​ຖວາຍຈອກສະເຫວີຍ

ນີ້ແມ່ນຫົວຫນ້າຜູ້ທີ່ກະກຽມ ແລະ ບໍລິການເຄື່ອງດື່ມໃຫ້ກະສັດ. ເບິ່ງເພີ່ມເຕີມວິທີແປຂໍ້ນີ້ໃນ 40:1.

ຫົວຫນ້າເຈົ້າພະນັກງານ​ເຮັດ​ເຂົ້າຈີ່​ຂຶ້ນ

ນີ້ແມ່ນຫົວຫນ້າຜູ້ທີ່​ເຮັດ​ເຂົ້າຈີ່ໃຫ້ກະສັດ. ເບິ່ງເພີ່ມເຕີມວິທີແປຂໍ້ນີ້ໃນ 40:1.

ເພິ່ນ​ໄດ້ຊົງຄືນ​ຕຳແຫນ່ງ​ໃຫ້ກັບຫົວຫນ້າ ເຈົ້າ​ພະນັກງານ​ຖວາຍຈອກສະເຫວີຍ

ຫົວຫນ້າຖວາຍຈອກສະເຫວີຍ "ຄວາມຮັບຜິດຊອບ” ຂອງຫົວຫນ້າຖວາຍຈອກສະເຫວີຍຫມາຍເຖິງວຽກຂອງລາວ ທີ່ເປັນຫົວຫນ້າຄຸມພະນັກງານຖືກຈອກ. ອາດແປໄດ້ອີກວ່າ: "ລາວໄດ້ມອບຫນ້າທີ່ໃຫ້ຫົວ ຫນ້າພະນັກງານຖືຈອກສະເຫວີຍຄືນໃຫ້ແກ່ລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ແຕ່​ພະອົງໄດ້ສັ່ງ​ແຂວນຄໍ, ຫົວຫນ້າ​ເຈົ້າພະນັກງານ​ເຮັດ​ເຂົ້າຈີ່

ຟາໂຣບໍ່ໄດ້ເປັນຜູ້ລົງມືແຂວນຂໍຫົວຫນ້າເຮັດເຂົ້າຈີ່ດ້ວຍຕົວເອງ, ແຕ່ລາວສັ່ງໃຫ້ແຂວນຄໍຫົວຫນ້າເຮັດເຂົ້າຈີ່ນັ້ນ. ອາດແປໄດ້ອີກວ່າ: "ແຕ່ລາວໄດ້ສັ່ງໃຫ້ຫົວຫນ້າພະນັກງານເຮັດເຂົ້າຈີ່ຖືກແຂວນຄໍ" ຫລື "ແຕ່ລາວໄດ້ສັ່ງໃຫ້ທະຫານຂອງລາວແຂວນຄໍຫົວຫນ້າພະນັກງານເຮັດເຂົ້າຈີ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເຫມືອນດັ່ງທີ່​ໂຢເຊັບ​ໄດ້ແ​ກ້ຄາວມຝັນໃຫ້ພວກເຂົາ

ປະໂຫຍກນີ້ຫມາຍເຖິງເວລາທີ່ໂຢເຊັບແກ້ຄວາມຝັນຂອງພວກເຂົາ. ອາດແປໄດ້ອີກວ່າ: "ເປັນຄືກັບທີ່ໂຢເຊັບໄດ້ກ່າວໄວ້ວ່າມັນຈະເກີດຂື້ນ ເມື່ອລາວແກ້ຄວາມຝັນຂອງສອງຄົນນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)