lo_tn/gen/40/06.md

2.4 KiB

ໂຢເຊັບໄດ້ມາຫາພວກເຂົາ

"ໂຢເຊັບໄດ້ມາຫາຜູ້ຖືຈອກ ແລະ ຜູ້ເຮັດເຂົ້າຈີ່"

ເບິ່ງແມ, ພວກເພິ່ນເປັນທຸກ

ຄຳວ່າ "ເບິ່ງແມ" ໃນນີ້ສະແດງໃຫ້ເຫັນວ່າໂຢເຊັບປະຫລາດໃຈຫລາຍກັບສິ່ງທີ່ລາວເຫັນ. ອາດແປໄດ້ອີກວ່າ: "ລາວຮູ້ສຶກປະຫລາດໃຈທີ່ເຫັນວ່າພວກເຂົາໂສກເສົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

​ເຈົ້າພະນັກງານຂອງຟາໂຣຜູ້ຊຶ່ງຖືກຂັງຢູ່ກັບເຂົາ

ນີ້ຫມາຍເຖິງຜູ້ຖືຈອກ ແລະ ຜູ້ເຮັດເຂົ້າຈີ່

ໃນບ້ານຂອງເຈົ້ານາຍຂອງເຂົາ

"ຢູ່ໃນຄຸກນາຍຂອງລາວ." "ນາຍຂອງລາວ" ຫມາຍເຖິງນາຍຂອງໂຢເຊັບຜູ້ທີ່ເປັນຫົວຫນ້າເຝົ້າຍາມ.

ການແກ້ຄວາມຝັນນັ້ນບໍ່ແມ່ນ​ເປັນຂອງພຣະເຈົ້າ​ບໍ?

ໂຢເຊັບໃຊ້ຄຳຖາມນີ້ສຳລັບການເນັ້ນຫນັກ. ນີ້ສາມາດຂຽນເປັນປະໂຫຍກ. ອາດແປໄດ້ອີກວ່າ: "ການຕີຄວາມຫມາຍ ເປັນຂອງພຣະເຈົ້າ!" ຫລື "ມັນແມ່ນພຣະເຈົ້າທີ່ສາມາດບອກຄວາມຫມາຍຂອງຄວາມຝັນໄດ້!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຂໍໄດ້ບອກຂ້ານ້ອຍ​, ຟັງ​ເບິ່ງດູ

ໂຢເຊັບຂໍໃຫ້ພວກເຂົາເລົ່າຄວາມຝັນຂອງພວກເຂົາໃຫ້ລາວຟັງ. ອາດແປໄດ້ອີກວ່າ: "ກະລຸນາບອກຄວາມຝັນໃຫ້ຂ້ອຍຮູ້," (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)