lo_tn/gen/40/01.md

2.7 KiB

ແລ້ວນີ້ກໍໄດ້ເກີດຂຶ້ນຫລັງຈາກ

ວະລີນີ້ຖືກນຳໃຊ້ເພື່ອຫມາຍເຫດການໃຫມ່ໃນເລື່ອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-newevent)

ພະນັກງານ​ຖວາຍຈອກສະເຫວີຍ

ນີ້ແມ່ນຜູ້ທີ່ເອົາເຄື່ອງດື່ມໄປໃຫ້ກະສັດ.

ເຈົ້າ​ພະນັກງານ​ເຮັດ​ເຂົ້າຈີ່

ນີ້ແມ່ນຜູ້ທີ່ແຕ່ງອາຫານໃຫ້ກະສັດ.

​ໄດ້​ເຮັດ​ໃຫ້​ກະສັດ​ເອຢິບເຈົ້ານາຍຂອງເຂົາເຄືອງໃຈ

"ໄດ້ເຮັດໃຫ້ເຈົ້ານາຍຂອງເຂົາໃຈຮ້າຍ"

ຄືຫົວຫນ້າຄົນຖວາຍຈອກສະເຫວີຍ ແລະຫົວຫນ້າຄົນເຮັດເຂົ້າຈີ່

"ຫົວຫນ້າຜູ້ຖືຈອກ ແລະ ຫົວຫນ້າຜູ້ເຮັດເຂົ້າຈີ່"

ພະອົງໄດ້​ຂັງ​ພວກເຂົາ​ໄວ້,ໃນ​ບ້ານຂອງຜູ້ບັນຊາການຣາຊອົງຄະລັກ

"ພະອົງໄດ້ເອົາພວກເຂົາຂັງໄວ້ໃນຄຸກ ທີ່ຢູ່ໃນເຮືອນຈຳທີ່ນາຍທະຫານເປັນຜູ້ດູແລຮັບຜິດຊອບ."

ພະອົງໄດ້​ຂັງ​ພວກເຂົາ

ກະສັດບໍ່ແມ່ນຜູ້ທີ່ຈັບພວກເຂົາເຂົ້າຄຸກ, ແຕ່ລາວໄດ້ອອກຄຳສັ່ງໃຫ້ຂັງພວກເຂົາໃນຄຸກ. ອາດແປໄດ້ອີກວ່າ: "ພະອົງໄດ້ສັ່ງຂັງຄຸກພວກເຂົາ" ຫລື "ພະອົງໄດ້ສັ່ງໃຫ້ທະຫານຂອງພະອົງຄັງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໃນຄຸກ​​ດຽວກັນ​ກັບ​ທີ່​ໂຢເຊັບ​ຖືກ​ຂັງ​ຢູ່

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ນີ້ແມ່ນຄຸກດຽວກັນທີ່ໂຢເຊັບຢູ່" ຫລື "ນີ້ແມ່ນຄຸກດຽວກັນທີ່ໂປຕີຟາໄດ້ຂັງໂຢເຊັບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)