lo_tn/gen/39/21.md

3.1 KiB

ແຕ່​ພຣະຢາເວໄດ້​ສະຖິດ​ຢູ່​ນຳ​ໂຢເຊັບ

ນີ້ຫມາຍເຖິງວິທີການຂອງພຣະຢາເວດູແລໂຢເຊັບ ແລະ ມີຄວາມກະລຸນາຕໍ່ລາວ. ອາດແປໄດ້ອີກວ່າ: "ແຕ່ວ່າພຣະຢາເວມີຄວາມເມດຕາຕໍ່ໂຢເຊັບ" ຫລື "ແຕ່ວ່າພຣະຢາເວໄດ້ດູແລໂຢເຊັບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພຣະອົງໄດ້ຊົງເຮັດໃຫ້ເຂົາເປັນທີ່ຊອບ ໃນສາຍຕາ​ຜູ້ຄຸມນັກ​ໂທດ

ນີ້ຫມາຍຄວາມວ່າພຣະຢາເວເຮັດໃຫ້ຜູ້ຄຸມຄຸກຍອມຮັບໂຢເຊັບ ແລະ ປະຕິບັດຕໍ່ລາວເປັນຢ່າງດີ. ອາດແປໄດ້ອີກວ່າ: "ພຣະຢາເວເຮັດໃຫ້ຜູ້ຄຸມຄຸກມີຄວາມເມດຕາຕໍ່ໂຢເຊັບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຜູ້ຄຸມນັກໂທດໄດ້ມອບນັກໂທດ

"ຜູ້ຄຸມຄຸກ" ຫລື "ຜູ້ຊາຍທີ່ຮັບຜິດຊອບວຽກງານພາຍໃນຄຸກ"

ໄດ້ມອບນັກໂທດທັງຫມົດ​ໃຫ້​ຢູ່ໃນມືຂອງໂຢເຊັບ

ໃນນີ້ຄຳວ່າ “ມື” ສະແດງເຖິງອຳນາດ ຫລື ຄວາມໄວ້ວາງໃຈຂອງໂຢເຊັບ. ອາດແປໄດ້ອີກວ່າ: "ແຕ່ງຕັ້ງໂຢເຊັບຮັບຜິດຊອບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

​ບໍ່ວ່າ​ພວກເຂົາຈະເຮັດ​ຫຍັງໃນທີ່ນັ້ນໂຢເຊັບໄດ້ເປັນຜູ້ຈັດການທັງຫມົດ

"ໂຢເຊັບໄດ້ຮັບຜິດຊອບທຸກສິ່ງທີ່ພວກເຂົາເຮັດຢູ່ທີ່ນັ້ນ"

ເພາະວ່າ​ພຣະຢາເວ​ໄດ້ສະຖິດ​ຢູ່​ນຳ​ເຂົາ

ນີ້ຫມາຍເຖິງວິທີທີ່ພຣະຢາເວໄດ້ຊ່ວຍໂຢເຊັບ ແລະ ນຳພາລາວ. ອາດແປໄດ້ອີກວ່າ: "ເພາະວ່າພຣະຢາເວໄດ້ນຳພາໂຢເຊັບ" (ເບິ່ງ: rc://*/ta/man/translate/figs-idiom)

ບໍ່ວ່າເຂົາຈະເຮັດສິ່ງໃດ​ພຣະຢາເວ​ກໍໄດ້ຊົງ​ເຮັດ​ໃຫ້​ປະສົບຄວາມສຳ​ເລັດ

"ພຣະຢາເວໄດ້ເຮັດໃຫ້ທຸກສິ່ງທີ່ໂຢເຊັບ ໄດ້ເຮັດມີຄວາມຈະເລີນຮຸ່ງເຮືອງ"