lo_tn/gen/39/07.md

4.0 KiB

ຫລັງຈາກນັ້ນ

"ແລະຫລັງຈາກນັ້ນ." ວະລີນີ້ຖືກນຳໃຊ້ເພື່ອຫມາຍ ເຫດການໃຫມ່ໃນບົດເລື່ອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-newevent)

ເບິ່ງດູ

"ເບິ່ງດູ." ໂຢເຊັບໃຊ້ຄຳນີ້ເພື່ອໃຫ້ເມຍຂອງໂປຕີຟາເອົາໃຈໃສ່.

ເຈົ້ານາຍ​ຂອງຂ້ອຍ​ບໍ່​ໄດ້ສົນໃຈ​ວ່າຂ້ານ້ອຍຈະເຮັດຫຍັງຢູ່​ໃນ​ບ້ານ​ນີ້

"ນາຍຂອງຂ້ານ້ອຍບໍ່ມີຄວາມກັງວົນກ່ຽວກັບຄົວເຮືອນຂອງລາວ ໃນທຸກສິ່ງທີ່ຂ້ານ້ອຍຮັບຜິດຊອບ." ສິ່ງນີ້ສາມາດຂຽນໄດ້ໃນປະໂຫຍກທາງບວກ. ອາດແປໄດ້ອີກວ່າ: "ນາຍຂອງຂ້ານ້ອຍໄວ້ວາງໃຈຂ້ານ້ອຍໃຫ້ຮັບຜິດຊອບທຸກສິ່ງໃນຄອບຄົວຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublenegatives)

ເພິ່ນໄດ້ມອບທຸກສິ່ງທີ່ເພິ່ນເປັນເຈົ້າຂອງ ​ໃຫ້​ຢູ່ພາຍໃຕ້ການດູແລຂອງຂ້ານ້ອຍ

ເມື່ອບາງສິ່ງບາງຢ່າງຖືກ “ວາງຢູ່ພາຍໃຕ້ການດູແລຂອງຜູ້ໃດຜູ້ຫນຶ່ງ,” ມັນຫມາຍຄວາມວ່າຜູ້ນັ້ນຕ້ອງຮັບຜິດຊອບຕໍ່ການເບິ່ງແຍງ ແລະ ການຮັກສາຄວາມປອດໄພ. ອາດແປໄດ້ອີກວ່າ: "ລາວໄດ້ແຕ່ງຕັ້ງຂ້ານ້ອຍໃຫ້ຮັບຜິດຊອບທຸກສິ່ງທີ່ເປັນຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ບໍ່ມີໃຜໃນ​ບ້ານນີ້​ທີ່ໃຫຍ່ໄປກວ່າຂ້ານ້ອຍ

ປະໂຫຍກນີ້ຜູ້ຂຽນເວົ້າເຖິງສິດອຳນາດຄືກັບວ່າມັນເປັນສິ່ງທີ່ຍິ່ງໃຫຍ່. ອາດແປໄດ້ອີກວ່າ: "ຂ້ອຍມີສິດອຳນາດໃນບ້ານນີ້ຫລາຍກວ່າຄົນອື່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພິ່ນບໍ່ໄດ້ຫວງອັນໃດໄວ້ຈາກຂ້ານ້ອຍ ເວັ້ນໄວ້​ແຕ່​ຍານາງ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບທາງບວກ. ອາດແປໄດ້ອີກວ່າ: "ລາວໄດ້ມອບທຸກຢ່າງໃຫ້ຂ້ານ້ອຍຍົກເວັ້ນຕົວເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-litotes)

ຂ້ານອຍ​ຈະເຮັດສິ່ງທີ່ຊົ່ວຮ້າຍທີ່ໃຫຍ່ຫລວງນີ້ ແລະ ​ເຮັດ​ບາບ​ຕໍ່ພຣະເຈົ້າ​ໄດ້​ຢ່າງໃດ?

ໂຢເຊັບໃຊ້ຄຳຖາມນີ້ເພື່ອເນັ້ນຫນັກຈຸດຢືນ. ສິ່ງນີ້ສາມາດຂຽນເປັນປະໂຫຍກຄຳເວົ້າ. ອາດແປໄດ້ອີກວ່າ: "ແນ່ນອນຂ້ອຍບໍ່ສາມາດເຮັດສິ່ງທີ່ຊົ່ວຮ້າຍ ແລະ ເຮັດບາບຕໍ່ພຣະເຈົ້າໄດ້." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)