lo_tn/gen/39/05.md

5.0 KiB

ຢູ່ມາຫລັງຈາກ

ປະໂຫຍກນີ້ຖືກໃຊ້ຢູ່ນີ້ເພື່ອຫມາຍຈຸດເລີ່ມຕົ້ນຂອງພາກຕໍ່ໄປຂອງເລື່ອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-newevent)

ເຂົາໃຫ້ໂຢເຊັບ​ຈັດກາ​ນເບິ່ງແຍງບ້ານຂອງເຂົາ ແລະທຸກສິ່ງທີ່ເຂົາເປັນເຈົ້າຂອງ

"ໂປຕີຟາແຕ່ງຕັ້ງໂຢເຊບເປັນຜູ້ດູແລຄອບຄົວ ແລະ ທຸກສິ່ງທີ່ເປັນຂອງລາວ"

ພຣະ​ພອນ

ໃນນີ້ “ໄດ້ຮັບພອນ” ຫມາຍເຖິງການເຮັດໃຫ້ສິ່ງດີ ແລະ ຜົນປະໂຫຍດເກີດຂື້ນກັບຄົນ ຫລື ສິ່ງທີ່ໄດ້ຮັບພອນ.

ພຣະ​ພອນຂອງພຣະຢາເວມີຢູ່

ຕໍ່ໄປນີ້ຜູ້ຂຽນກ່າວເຖິງພອນ ທີ່ພຣະຢາເວໄດ້ໃຫ້ຄືກັບວ່າມັນເປັນສິ່ງຫນຶ່ງທີ່ມີຕົວຕົນ ທີ່ໃຊ້ເພື່ອປົກຄຸມບາງສິ່ງບາງຢ່າງ. ອາດແປໄດ້ອີີກວ່າ: "ພຣະຢາເວໄດ້ອວຍພອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ທຸກສິ່ງ​ທີ່​ໂປຕີຟາ​ມີ​ໃນ​ເຮືອນ​ ແລະ​ໃນ​ທົ່ງນາ

ນີ້ຫມາຍເຖິງຄົວເຮືອນ ແລະ ພືດພັນ ແລະ ສັດລ້ຽງຂອງລາວ. ຄວາມ ຫມາຍເຕັມຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ຄົວເຮືອນຂອງໂປຕີຟາ ແລະຜົນລະປູກ ພ້ອມທັງສັດລ້ຽງຂອງລາວທັງຫມົດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ໂປຕີຟາ​ໄດ້​ໃຫ້ທຸກ​ສິ່ງທີ່ເຂົາມີ​ໃຫ້​ຢູ່ພາຍໃຕ້ການດູ ແລຂອງໂຢເຊັບ

ເມື່ອບາງສິ່ງບາງຢ່າງຖືກ “ວາງຢູ່ພາຍໃຕ້ການດູແລຂອງຜູ້ໃດຜູ້ຫນຶ່ງ,” ມັນຫມາຍຄວາມວ່າຜູ້ນັ້ນຕ້ອງຮັບຜິດຊອບຕໍ່ການເບິ່ງແຍງແລະການຮັກສາຄວາມປອດໄພ. ອາດແປໄດ້ອີກວ່າ: "ດັ່ງນັ້ນໂປຕີຟາໄດ້ແຕ່ງຕັ້ງໂຢເຊບໃຫ້ຮັບຜິດຊອບທຸກຢ່າງທີ່ລາວມີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຂົາບໍ່ຕ້ອງຄິດອັນໃດນອກຈາກອາຫານທີ່ເຂົາຈະກິນ

ລາວບໍ່ຕ້ອງກັງວົນກ່ຽວກັບສິ່ງໃດໃນຄົວເຮືອນຂອງລາວ; ລາວພຽງແຕ່ຕ້ອງໄດ້ຕັດສິນໃຈກ່ຽວກັບສິ່ງທີ່ລາວຢາກກິນເທົ່ານັ້ນ. ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບທາງບວກ. ອາດແປໄດ້ອີກວ່າ: "ໂປຕີຟາພຽງແຕ່ຕ້ອງຄິດກ່ຽວກັບສິ່ງທີ່ລາວຢາກກິນ. ລາວບໍ່ຕ້ອງກັງວົນຫຍັງອີກໃນເຮືອນຂອງລາວ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-explicit]] ແລະ [[rc:///ta/man/translate/figs-doublenegatives]])

ບັດນີ້

ຄຳວ່າ "ດຽວນີ້" ຫມາຍເຖິງການຢຸດພັກໃນເລື່ອງທີ່ຜູ້ຂຽນໃຫ້ຂໍ້ມູນພື້ນຖານກ່ຽວກັບໂຢເຊັບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-background)

ຮູບ​ຫລໍ່ ແລະມີສະເຫນ່

ທັງສອງຄຳນີ້ມີຄວາມຫມາຍອັນດຽວກັນ. ພວກເຂົາກ່າວເຖິງຮູບລັກສະນະທີ່ຫນ້າເບິ່ງຫນ້າຊົມຂອງໂຢເຊັບ. ລາວອາດເບິ່ງດີ ແລະ ແຂງແຮງ. ອາດແປໄດ້ອີກວ່າ: "ຫຸ່ນດີ ແລະແຂງແຮງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)