lo_tn/gen/39/03.md

3.1 KiB

ເຈົ້ານາຍ​ຂອງເຂົາໄດ້​ເຫັນ​ວ່າ​ພຣະຢາເວ​ໄດ້​ສະຖິດກັບ​ເຂົາ

ປະໂຫຍກນີ້ຫມາຍຄວາມວ່າເຈົ້ານາຍໄດ້ເຫັນວິທີທີ່ພຣະຢາເວ ກຳລັງຊ່ວຍເຫລືອໂຢເຊັບ. ອາດແປໄດ້ອີກວ່າ: "ນາຍຂອງລາວເຫັນວ່າພຣະຢາເວກຳລັງຊ່ວຍລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພຣະຢາເວ​ໄດ້​ຊົງກະທຳໃຫ້​​ທຸກສິ່ງ​ທີ່​ລາວ​ໄດ້ເຮັດປະສົບຄວາມສຳເລັດ

"ພຣະຢາເວເປັນຜູ້​ທີ່ເຮັດໃຫ້​ລາວ​ໄດ້ເຮັດປະສົບຄວາມສຳເລັດ"

ໂຢເຊັບ​ໄດ້​ເປັນທີ່ຊອບໃນສາຍຕາຂອງເຂົາ

"ເພື່ອເປັນທີ່ໂປດປານ" ຫມາຍຄວາມວ່າໄດ້ຮັບຄວາມຊື່ນຊົມຈາກຜູ້ໃດຜູ້ຫນຶ່ງ. ສຳນວນທີ່ວ່າ "ໃນສາຍຕາຂອງລາວ" ຫມາຍເຖິງຄວາມຄິດເຫັນຂອງຄົນ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ອາດແປໄດ້ອີກວ່າ: "ໂປຕີຟາພໍໃຈກັບໂຢເຊັບ" ຫລື 2) ອາດແປໄດ້ອີກວ່າ: "ພຣະຢາເວພໍໃຈກັບໂຢເຊັບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ລາວ​ໄດ້​ຮັບໃຊ້​ໂປຕີຟາ

ນີ້ຫມາຍຄວາມວ່າລາວເປັນຜູ້ຮັບໃຊ້ສ່ວນຕົວຂອງໂປຕີຟາ.

ໂປຕີຟາໄດ້​ ໃຫ້​ໂຢເຊັບຈັດການເບິ່ງແຍງ​ບ້ານຂອງເຂົາ, ແລະ​ທຸກສິ່ງທີ່ເຂົາເປັນເຈົ້າຂອງ, ເຂົາໄດ້ໃຫ້ໂຢເຊັບເບິ່ງແຍງທຸກສິ່ງ

"ໂປຕີຟາໄດ້ແຕ່ງຕັ້ງໂຢເຊບເປັນຜູ້ດູແລຄອບຄົວ ແລະ ທຸກສິ່ງທີ່ເປັນຂອງໂປຕີຟາ"

ເຂົາໄດ້ໃຫ້ໂຢເຊັບເບິ່ງແຍງທຸກສິ່ງ.

ເມື່ອບາງຢ່າງຖືກ “ວາງຢູ່ພາຍໃຕ້ການດູແລຂອງຜູ້ໃດຜູ້ຫນຶ່ງ,” ມັນ ຫມາຍຄວາມວ່າຜູ້ນັ້ນຕ້ອງຮັບຜິດຊອບຕໍ່ການເບິ່ງແຍງ ແລະການຮັກສາຄວາມປອດໄພ. ອາດແປໄດ້ອີກວ່າ: "ລາວມີໂຢເຊັບເບິ່ງແຍງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)