lo_tn/gen/39/01.md

2.3 KiB

ໂຢເຊັບໄດ້ຖືກນຳລົງໄປ​ຍັງເອຢິບໂປຕີຟາ​

ການເດີນທາງໄປປະເທດເອຢິບແມ່ນຖືກເອີ້ນວ່າ "ລົງໄປ" ກົງກັນຂ້າມກັບ “ຂຶ້ນໄປ” ໄປສູ່ດິນແດນແຫ່ງພັນທະສັນຍາ. ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຊາວອິດຊະມາເອນໄດ້ພາໂຢເຊັບໄປເອຢີບ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-activepassive]])

ພຣະຢາເວໄດ້​ສະຖິດ​ຢູ່​ກັບ​ໂຢເຊັບ

ປະໂຫຍກນີ້ຫມາຍຄວາມວ່າພຣະຢາເວໄດ້ຊ່ວຍໂຢເຊັບ ແລະ ຢູ່ກັບລາວຕະຫລອດເວລາ. ອາດແປໄດ້ອີກວ່າ: "ພຣະຢາເວໄດ້ນຳພາໂຢເຊັບ ແລະ ຊ່ວຍລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ລາວ​ໄດ້​ອາໄສ​ຢູ່​ໃນ​ເຮືອນ​

ໃນນີ້ຜູ້ຂຽນເວົ້າກ່ຽວກັບການເຮັດວຽກຢູ່ໃນເຮືອນຂອງເຈົ້ານາຍ ຄືກັບວ່າລາວກຳລັງອາໄສຢູ່ໃນເຮືອນຂອງນາຍ. ມີພຽງແຕ່ຜູ້ຮັບໃຊ້ທີ່ຫນ້າເຊື່ອຖືທີ່ສຸດເທົ່ານັ້ນທີ່ໄດ້ຮັບອະນຸຍາດໃຫ້ເຮັດວຽກຢູ່ໃນເຮືອນນາຍຂອງຕົນ. ອາດແປໄດ້ອີກວ່າ: "ລາວເຮັດວຽກຢູ່ໃນເຮືອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂອງ​ເຈົ້ານາຍຄົນເອຢິບ​​ຂອງເຂົາ

ໂຢເຊັບຕອນນີ້ໄດ້ກາຍເປັນທາດຮັບໃຊ້ຂອງໂປຕີຟາ