lo_tn/gen/38/24.md

3.5 KiB

ຢູ່​ຕໍ່​ມາຫລັງຈາກນັ້ນ

ວະລີນີ້ຖືກນຳໃຊ້ຢູ່ນີ້ເພື່ອຫມາຍຈຸດເລີ່ມຕົ້ນຂອງພາກໃຫມ່ຂອງບົດເລື່ອງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/writing-newevent)

ມີ​ຄົນ​ມາ​ບອກ​ຢູດາ​ວ່າ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ມີບາງຄົນໄດ້ບອກຢູດາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ທາມາ​ລູກໃພ້​ຂອງ​ທ່ານ

ລູກໃພ້ - "ທາມາ, ເມຍຂອງລູກຊາຍຂອງເຈົ້າ"

ຈິງໆນາງໄດ້ຖື​ພາເພາະເຫດນັ້ນ

ໃນນີ້ຄຳວ່າ "ມັນ" ຫມາຍເຖິງ "ໂສເພນີ" ທີ່ນາງໄດ້ກະທຳ. ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ມັນໄດ້ເຮັດໃຫ້ນາງຖືພາ" ຫລື "ນາງຖືພາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຈົ່ງນຳນາງມາທີ່ນີ້

"ຈົ່ງນຳນາງມາ"

ແລະ ເຜົານາງເສຍ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ພວກເຮົາຈະເຜົານາງຈົນຕາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ເມື່ອ​​ນາງ​ໄດ້ຖືກນຳອອກ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ເມື່ອພວກເຂົານຳຕົວນາງມາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

​ພໍ່ປູ່​ຂອງນາງ

ພໍ່ປູ່​ - "ພໍ່ຂອງຜົວຂອງນາງ"

ກາ​ທີ່​ມີ​ເຊືອກ​ຫ້ອຍ ​ແລະໄມ້ເທົ້າ​

“ກາປະທັບຕາ” ແມ່ນຄ້າຍຄືກັບຫລຽນທີ່ມີລວດລາຍທີ່ຖືກແກະສະຫລັກໃສ່, ໃຊ້ທຽນຂີ້ເຜີ້ງສຳລັບການຫລໍ່. "ເຊືອກຫ້ອຍ" ຖືກຄອດຜ່ານເພື່ອໃຫ້ເຈົ້າຂອງສາມາດໃສ່ຫ້ອຍມັນຢູ່ຄໍຂອງລາວໄດ້. ໄມ້ເທົ້າອັນຫນຶ່ງແມ່ນໄມ້ທີ່ຍາວ ທີ່ໃຊ້ເພື່ອຊ່ວຍໃນການຍ່າງຕາມພື້ນດິນລຸບໂນນ.. ເບິ່ງເພີ່ມເຕີມວິທີທີ່ທ່ານແປສິ່ງນີ້ໃນ 38:17.

ເຊຣາ

ນີ້ແມ່ນຊື່ຂອງລູກຊາຍຄົນຫນຶ່ງຂອງຢູດາ. ເບິ່ງວິທີທີ່ທ່ານແປຊື່ນີ້ໃນ 38:3. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)