lo_tn/gen/37/34.md

2.8 KiB

ຢາໂຄບໄດ້​ຈີກ​ເສື້ອ​ຜ້າຂອງເຂົາ

ນີ້ແມ່ນການກະທຳທີ່ສະແດງເຖິງຄວາມກົດດັນ ແລະໂສກເສົ້າ. ສິ່ງນີ້ສາມາດຂຽນໄດ້ຊັດເຈນ. ອາດແປໄດ້ອີກວ່າ: "ຢາໂຄບຮູ້ສຶກເສົ້າສະຫລົດໃຈຫລາຍຈົນຈີກເສື້ອຜ້າຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ນຸ່ງ​ເສື້ອ​​ຜ້າ​ກະສອບ​ເຂົ້າ

ໃນນີ້ຄຳວ່າ “ແອວ” ຫມາຍເຖິງສ່ວນກາງຂອງຮ່າງກາຍ ຫລືສະໂພກ. ອາດແປໄດ້ອີກວ່າ: "ນຸ່ງຜ້າກະສອບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ໄດ້ລຸກຂຶ້ນມາ

ໃນນີ້ບັນດາລູກໆໄດ້ມາຫາພໍ່ຂອງພວກເຂົາ ເພື່ອກ່າວຄຳປອບໃຈ ໂດຍໃຊ້ຄຳວ່າ "ໄດ້ລຸກຂື້ນ." ອາດແປໄດ້ອີກວ່າ: "ໄດ້ມາຫາລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແຕ່​ເພິ່ນ​ປະຕິເສດທີ່ຈະຮັບການປອບໂຍນ

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ແຕ່ລາວຈະບໍ່ຍອມໃຫ້ພວກເຂົາປອບໃຈເພີ່ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຂ້ອຍ​ຈະ​ລົງໄປທີ່ຢູ່ຂອງຄົນຕາຍຮ້ອງໃຫ້​ຄ້ຳຄວນເຖິງລູກຊາຍ​ຂອງຂ້ອຍ

ຄວາມຫມາຍຄືວ່າລາວຈະທຸກໂສກຕັ້ງແຕ່ນີ້ຈົນເຖິງຕາຍ. ອາດແປໄດ້ອີກວ່າ: "ແທ້ຈິງແລ້ວເມື່ອຂ້ອຍຕາຍ ແລະ ລົງໄປຫາແດນຄົນຕາຍ ຂ້ອຍກໍຍັງໂສກເສົ້າຢູ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ຊາວມີ​ດີອານໄດ້ຂາຍເຂົາ

"ຊາວມີ​ດີອານໄດ້ຂາຍໂຢເຊັບ"

ທີ່​ເປັນ​ຫົວຫນ້າ​ຣາຊອົງຄະລັກ

"ຜູ້ນຳທະຫານທີ່ເຝົ້າຍາມກະສັດ"