lo_tn/gen/37/07.md

3.6 KiB

ຂໍ້ມູນທົ່ວໄປ:

ໂຢເຊັບບອກອ້າຍຂອງລາວກ່ຽວກັບຄວາມຝັນຂອງລາວ

ເບິ່ງແມ

ຄຳວ່າ "ເບິ່ງແມ" ໃນນີ້ເຕືອນພວກເຮົາໃຫ້ເອົາໃຈໃສ່ກັບຂໍ້ມູນທີ່ຫນ້າປະຫລາດໃຈທີ່ຕິດຕາມມາ.

ພວກເຮົາໄດ້ເປັນ

ຄຳວ່າ "ພວກເຮົາ" ຫມາຍເຖິງໂຢເຊັບ ແລະ ອ້າຍນ້ອງທຸກໆ ຄົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-inclusive)

ມັດ​ຟ່ອນເຂົ້າ​ຢູ່​ທີ່​ທົ່ງນາ

ເມື່ອຮອດລະດູເກັບກ່ຽວເຂົ້າ ຈະຖືກມັດເປັນຟ່ອນ ແລະ ມັດໄວ້ຈົນຮອດເວລາທີ່ຈະແຍກເມັດເຂົ້າຈາກເຟືອງ (ຕີເຂົ້າ)

ແລະເບິ່ງແມ

ນີ້ຄຳວ່າ “ເບິ່ງແມ” ສະແດງໃຫ້ເຫັນວ່າໂຢເຊັບໄດ້ປະຫລາດໃຈຫລາຍກັບສິ່ງທີ່ລາວໄດ້ຝັນເຫັນ.

ຟ່ອນ​ເຂົ້າ​ຂອງຂ້ອຍ​ໄດ້ຕັ້ງ​ຂຶ້ນແລະຢືນຢູ່......​ຂອງ​ພວກເຈົ້າ​ໄດ້​ເຂົ້າມາ​ລ້ອມຮອບ, ແລະໄດ້ໂຄ້ງຄຳນັບໃຫ້ກັບ​ຟ່ອນ​ເຂົ້າ​ຂອງຂ້ອຍ.

ໃນນີ້ບັນດາຟ່ອນເຂົ້າໄດ້ຢືນຕັ້ງຂື້ນ ແລະ ຄຸເຂົ່າລົງຄືກັບວ່າພວກມັນເປັນຄົນ. ຟ່ອນເຂົ້າເຫລົ່ານີ້ເປັນຕົວແທນໃຫ້ແກ່ໂຢເຊັບ ແລະ ອ້າຍນ້ອງຂອງລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ເຈົ້າ​​ຈະ​​ປົກຄອງ​ເຫນືອພວກເຮົາ​ຈິງໆບໍ? ເຈົ້າຈະປົກຄອງ ເຫນືອພວກເຮົາຈິງໆບໍ?

ທັງສອງວະລີນີ້ມີຄວາມຫມາຍພື້ນຖານອັນດຽວກັນ. ພວກອ້າຍຂອງໂຈເຊັບກຳລັງໃຊ້ຄຳຖາມເພື່ອເວົ້າເຍາະເຍີ້ຍໂຢເຊັບ. ພວກມັນສາມາດຖືກຂຽນເປັນປະໂຫຍກ. ອາດແປໄດ້ອີກວ່າ: "ເຈົ້າຈະບໍ່ເປັນກະສັດຂອງພວກເຮົາ ແລະ ພວກເຮົາຈະບໍ່ຍອມກົ້ມຂາບເຈົ້າຕິ!" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-rquestion]])

ປົກຄອງເຫນືອພວກເຮົາ

ຄຳວ່າ "ພວກເຮົາ" ຫມາຍເຖິງອ້າຍນ້ອງຂອງໂຢເຊັບແຕ່ບໍ່ແມ່ນໂຢເຊັບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-exclusive)

ເພາະ​ຄວາມຝັນ​ຂອງເຂົາ ແລະ ຄຳເວົ້າຂອງເຂົາ

"ເພາະ​ຄວາມຝັນ​ຂອງເຂົາ ແລະ ຄຳເວົ້າຂອງເຂົາ"