lo_tn/gen/35/28.md

2.9 KiB

180 ປີ

"180 ປີ" (ເບິ່ງ: rc://*/ta/man/translate/translate-numbers)

ອີຊາກໄດ້ສີ້ນລົມຫາຍໃຈ ແລະ​ໄດ້​ຕາຍໄປ

"ອີຊາກໄດ້ຫາຍໃຈຄັ້ງສຸດທ້າຍ ແລະ ຕາຍ." ປະໂຫຍກທີ່ວ່າ "ລົມຫາຍໃຈສຸດທ້າຍຂອງລາວ" ແລະ "ຕາຍ" ຄວາມຫມາຍໂດຍພື້ນຖານແມ່ນສິ່ງດຽວກັນ. ເບິ່ງເພີ່ມເຕີມວິທີທີ່ທ່ານແປສຳນວນທີ່ຄ້າຍຄືກັນນີ້ໃນ 25: 7. ອາດຈະແປໄດ້ອີກວ່າ: "ອີຊາກຕາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ລົມຫາຍໃຈສຸດທ້າຍຂອງຕົນ

ນີ້ແມ່ນວິທີການເວົ້າແບບສຸພາບຂອງການເວົ້າວ່າຄົນຫນຶ່ງ ໄດ້ເສຍຊີວິດ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 25:7. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-euphemism)

ໄດ້ຖືກຮວບຮວມໄວ້ກັບບັນພະບູຣຸດທັງຫລາຍຂອງເຂົາ

ປະໂຫຍກນີ້ຫມາຍເຖິງວ່າຫລັງຈາກອີຊາກໄດ້ເສຍຊີວິດແລ້ວ, ຈິດວິນຍານຂອງລາວກໍ່ໄປຢູ່ບ່ອນດຽວກັບຍາດພີ່ນ້ອງຂອງລາວ ທີ່ຕາຍກ່ອນລາວ. ນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ລາວໄດ້ເຂົ້າຮ່ວມກັບສະມາຊິກຄອບຄົວຄົນອື່ນຂອງລາວ ທີ່ໄດ້ເສຍຊີວິດໄປແລ້ວ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-activepassive]])

ເປັນຜູ້ຊາຍທີ່ມີ​ອາຍຸ​ສູງ​ຫລາຍ

ປະໂຫຍກທີ່ວ່າ "ຊາຍແກ່" ແລະ "ອາຍຸສູງ" ຄວາມຫມາຍພື້ນຖານແມ່ນສິ່ງດຽວກັນ. ພວກມັນໄດ້ເນັ້ນຫນັກເຖິງອີຊາກໄດ້ຢູ່ເປັນເວລາຍາວນານ. ອາດແປໄດ້ອີກວ່າ: "ຫລັງຈາກລາວມີຊີວິດຢູ່ເປັນເວລາດົນນານ ແລະ ມີອາຍຸຫລາຍແລ້ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)